ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ທ່ານນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງຮ່ວມມືສາກົນແຫ່ງ ສ ມຽນມາ
ເວລາອອກຂ່າວ: 2020-03-10 09:49:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1031 | ຄວາມນິຍົມ:



ວັນທີ 6 ມີນານີ້, ຢູ່ທີ່ຫ້ອງ ຮັບແຂກສໍານັກງານນາຍົກລັດ ຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອູ ຈໍຕິນ ລັດຖະມົນຕີກະຊວງ ຮ່ວມມືສາກົນ ແຫ່ງ ສາທາລະ ນະລັດ ສະຫະພາບ ມຽນມາ ພ້ອມດ້ວຍຄະນະເຂົ້າຢ້ຽມຂ່ຳ ນັບ ໃນໂອກາດທີ່ເດີນທາງມາ ເຂົ້າຮ່ວມກອງປະຊຸມຄະນະກໍາ ມາທິການຮ່ວມມືສອງຝ່າຍ (JC) ລາວ-ມຽນມາ ຄັ້ງທີ 12 ໃນລະຫວ່າງວັນທີ 4 ຫາ 7 ມີ ນາ 2020 ນີ້. ທ່ານ ທອງລຸນ ສີສຸລິດ ໄດ້ ກ່າວສະແດງຄວາມຊົມເຊີຍ ແລະ ຄວາມຍິນດີຕ້ອນຮັບຢ່າງ ອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ ທ່ານ ອູ ຈໍຕິນ ທີ່ໄດ້ນໍາພາຄະ ນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກທາງການໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ, ຄວາມສາມັກຄີ ແລະ ການຮ່ວມ ມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ມຽນມາ, ມຽນມາ-ລາວ ເປັນ ການແລກປ່ຽນການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນໃນວຽກງານ ດ້ານຕ່າງໆໃຫ້ແຕກດອກອອກ ຜົນຍິ່ງໆຂຶ້ນ. ທ່ານ ອູ ຈໍຕິນ ກໍໄດ້ກ່າວສະ ແດງຄວາມຂອບໃຈຕໍ່ ທ່ານ ທອງ ລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມ ທັງໄດ້ແຈ້ງຈຸດປະສົງ ແລະ ແຜນ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ ໃນຄັ້ງນີ້ອີກດ້ວຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ