ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ສາງ ອ 1 ຈັດພິທີປະກາດການຈັດຕັ້ງຂັ້ນຄະນະບັນຊາ
ເວລາອອກຂ່າວ: 2020-03-12 08:35:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 826 | ຄວາມນິຍົມ:



ວັນທີ 6 ມີນາ 2020 ນີ້, ສາງ ອ1 ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນຄະນະບັນຊາ ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ຄຳພາ ສີພອນໄຊ ກຳມະ ການຄະນະພັກກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມ ໃຫຍ່ເຕັກນິກກອງທັບ, ມີພະແນກ ພະນັກງານຫ້ອງການເມືອງກົມ ໃຫຍ່ເຕັກນິກກອງທັບ, ຄະນະ ພັກ-ຄະນະບັນຊາສາງ ອ1 ແລະ ຕະຫຼອດຮອດພະນັກງານ-ຫຼັກ ແຫຼ່ງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ວຽງ ນາກ ວິລະວົງ ຫົວໜ້າພະແນກພະ ນັກງານ ຫ້ອງການເມືອງກົມ ໃຫຍ່ເຕັກນິກກອງທັບ, ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເຕັກ ນິກກອງທັບວ່າດ້ວຍ ການແຕ່ງ ຕັ້ງຄະນະບັນຊາສາງ ອ1, ອີງຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ (ສະບັບປັບ ປຸງ) ໃນພາກທີ II ໝວດທີ 4 ມາດ ຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກ ຍ້າຍນາຍທະຫານ, ໃນນີ້ໄດ້ຕົກ ລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມ ບູນ ແກ້ວນະຄອນ ເປັນຫົວໜ້າ ການທະຫານ, ແຕ່ງຕັ້ງ ສະຫາຍ ພັນໂທ ແສງຈັນ ເຮືອງຄຳມີ ເປັນ ຫົວໜ້າການເມືອງ, ແຕ່ງຕັ້ງ ສະຫາຍ ພັນໂທ ສີສະຫວາດ ໄຊ ຍະເພັດ ເປັນຮອງຫົວໜ້າການ ເມືອງ ທັງເປັນຫົວໜ້າພະແນກ ການເມືອງ, ພ້ອມດຽວກັນນັ້ນຍັງໄດ້ປະກາດຍົກຍ້າຍນາຍທະ ຫານໄປຮັບໜ້າທີ່ໃໝ່ຄື: ຍົກຍ້າຍ ສະຫາຍ ພັນໂທ ສີສະຫວາດ ໄຊ ຍະເພັດ ຢູ່ກົມຄຸ້ມຄອງອາວຸດ-ກະ ສູນໄປະຮັບໜ້າທີ່ໃໝ່ຢູ່ສາງ ອ1. ໃນຕອນທ້າຍ ສະຫາຍ ພົນ ຈັດຕະວາ ຄຳພາ ສີພອນໄຊ ຮອງ ຫົວໜ້າກົມໃຫຍ່ເຕັກນິກໃຫ້ກອງ ທັບໄດ້ໂອ້ລົມຕໍ່ກອງປະຊຸມໂດຍ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນ ຊາຕະຫຼອດຮອດຜູ້ທີ່ໄດ້ຮັບໜ້າ ທີ່ ໃໝ່ ຈົ່ງພ້ອມກັນເປັນເຈົ້າການ ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ໜັກແໜ້ນເຂັ້ມ ແຂງຮອບດ້ານ, ເອົາໃຈໃສ່ຈັດ ຕັ້ງເຊື່ອມຊຶມບັນດາເອກະສານ ຕ່າງໆຂອງພັກ, ເພື່ອໄປເຜີຍ ແຜ່ໃຫ້ທົ່ວເຖິງ, ປະຕິບັດແນວ ທາງນະໂຍບາຍຂອງພັກ-ລັດ ເພື່ອປະກອບສ່ວນເຂົ້າໃນການ ກໍ່ສ້າງກອງທັບໃຫ້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ທັນສະໄໝ, ພະນັກງານນຳພາ-ບັນຊາຕ້ອງ ກຳແໜ້ນສະມາຊິກຂອງຕົນໄດ້ ຢ່າງຮອບດ້ານ, ສຸມໃສ່ເຮັດ ວຽກງານກວດກາ, ປ້ອງກັນພາຍ ໃນໃຫ້ເຂັ້ມງວດເພື່ອໃຫ້ກົມກອງ ມີຄວາມສະຫງົບ ປອດໃສ, ປອດໄພ, ປອດຄະດີ ຕ້ານການ ສໍ້ລາດບັງຫຼວງພ້ອມກັນຮັດແໜ້ນ ຄວາມສາມັກຄີພາຍໃນລະຫວ່າງ ອ້າຍນ້ອງດ້ວຍກັນໃຫ້ເປັນປຶກ ແຜ່ນແໜ້ນໜາ ເພື່ອເຮັດສຳເລັດ ສອງໜ້າທີ່ຂອງຊາດກໍຄື ປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ