ກອງປະຊຸມແລກປ່ຽນສະພາບ ລະຫວ່າງແຂວງບໍແກ້ວ-ຊຽງຮາຍ
ເວລາອອກຂ່າວ: 2020-03-12 08:37:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 805 | ຄວາມນິຍົມ: ![]()
ກອງປະຊຸມແລກປ່ຽນສະພາບ ແລະ ແກ້ໄຂບັນຫາຢາເສບຕິດ, ຕາມຊາຍແດນ ລາວ-ໄທ ລະ
ຫວ່າງແຂວງບໍ່ແກ້ວ ສປປ ລາວ ແລະ ແຂວງຊຽງຮາຍ ຣາຊະອາ ນາຈັກໄທ ໄດ້ຈັດຂຶ້ນທີ່ຂົວມິດ ຕະພາບແຫ່ງທີ 4 ເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວໃນວັນ ທີ 04 ມີນາ 2020 ນີ້, ໂດຍການເປັນ ປະທານຮ່ວມຝ່າຍລາວນຳໂດຍ ທ່ານ ພັນເອກ ວິດອນ ພຸດດາວົງ ຫົວໜ້າກອງບັນຊາການທະ ຫານແຂວງບໍ່ແກ້ວ, ຝ່າຍໄທນຳ ໂດຍ ນາວາເຮືອເອກ ໄຫວພົດ
ວິລະປະເສີດ ຜູ້ບັງຄັບການໜ່ວຍ ເຮືອຮັກສາຄວາມສະຫງົບຕາມ ຊາຍແດນລຽບແມ່ນໍ້າຂອງ ແຂວງຊຽງຮາຍ, ພ້ອມດ້ວຍ
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ກໍເພື່ອເຮັດໃຫ້ການກຳ ນົດຮ່ວມກ່ຽວກັບຂອບເຂດສິດ ແລະ ໜ້າທີ່ການປະຕິບັດງານ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນ ລາວ-ໄທ ເວົ້າລວມ ເວົ້າສະເພາະກໍຄື ບໍ່ແກ້ວ-ຊຽງ
ຮາຍ ທີ່ໄດ້ຮັບການເຫັນດີຈາກ ຄະນະຊີ້ນຳທັງສອງຝ່າຍສາ ມາດນຳໄປປະຕິບັດໄດ້ ໂດຍໄວ ແລະ ເພື່ອເປັນການຈັດຕັ້ງພົບ ປະແລກປ່ຽນ ແລະ ເພື່ອໃຫ້ຮູ້ຈັກ ສະພາບລະຫວ່າງໜ່ວຍປະສານ ງານປະຈໍາການຢູ່ບໍລິເວນດັ່ງ ກ່າວ ຄະນະປະຕິບັດງານເພື່ອແກ້ ໄຂບັນຫາຢາເສບຕິດຕາມຊາຍ ແດນລາວ-ໄທ ໃນກອງປະຊຸມ ທັງສອງຝ່າຍຍັງປະກອບຄໍາ ຄິດຄໍາເຫັນ ແລະ ລາຍງານສະ ພາບການເຄື່ອນໄຫວຄ້າຂາຍ ຢາເສບຕິດຂອງກຸ່ມຄົນບໍ່ດີຢູ່ ບໍລິເວນທີ່ຕົນຮັບຜິດຊອບໃຫ້ ກັນ ແລະ ກັນຮັບຊາບເພື່ອ ພ້ອມ ກັນຊອກຫາຊ່ອງທາງ ແລະ ວິ
ທີການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆທີ່
ອາດຈະເກີດຂຶ້ນ. ເພື່ອໃຫ້ກາຍ
ເປັນຊາຍແດນແຫ່ງສັນຕິພາບ,
ມິດຕະພາບ, ປອດຢາເສບຕິດ ແລະ ມີການຮ່ວມມືກັນຢ່າງແທ້ ຈິງ.
ໂດຍ: ສົມໄຊ ສີລາຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















