ກອງປະຊຸມສຳມະນາວິທະຍາສາດ-ປະຫວັດສາດມູນເຊື້ອ ກົມກວດກາກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2020-03-12 08:45:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 832 | ຄວາມນິຍົມ: ![]()
ກົມກວດກາກະຊວງປ້ອງ
ກັນປະເທດໄດ້ຈັດກອງປະຊຸມ ສຳມະນາວິທະຍາສາດ-ປະຫວັດ ສາດມູນເຊື້ອກົມກວດກາໃນ ວັນທີ 11 ມີນານີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງ
ສະຫາຍ ພົນຕີ ອ່ອນສີ ແສນສຸກ
ປະທານກວດກາ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ມີ
ຄະນະພັກ-ຄະນະບັນຊາ, ອະດີດ ການນຳ, ພະນັກງານອາວຸໂສ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງພັກ ແລະ ກົດລະບຽບຂອງພັກສະໄໝທີ 10 ວ່າດ້ວຍວຽກງານຕິດຕາມ, ກວດກາຂອງພັກ ແລະ ຄະນະ ກວດກາພັກແຕ່ລະຂັ້ນ ແລະ ມະຕິ ຕົກລົງຂອງກົມການເມືອງສູນ ກາງພັກ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການ
ເຄື່ອນໄຫວຂອງອົງການກວດ ກາລັດຖະບານ, ກະຊວງປ້ອງ ກັນປະເທດອອກຂໍ້ກຳນົດ ວ່າ
ດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງກົມກວດກາຈຳ
ນວນ 5 ໝວດ 13 ມາດຕາ ໃນ
ນັ້ນໝວດທີ 1: ກ່ຽວກັບບົດບັນ ຍັດທົ່ວໄປ, ໝວດທີ 2: ໜ້າທີ່ ແລະ ຂອບເຂດສິດ, ໝວດທີ 3:
ໂຄງປະກອບການຈັດຕັ້ງ ແລະ
ບຸກຄະລາກອນ, ໝວດທີ 4: ຫຼັກ
ການ ແລະ ລະບອບແບບແຜນວິ ທີເຮັດວຽກ ແລະ ໝວດທີ 5: ບົດບັນຍັດສຸດທ້າຍ. ຈາກນັ້ນ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ໄດ້ກ່າວວ່າ: ການ ດຳເນີນກອງປະຊຸມຄັ້ັງນີ້ ເພື່ອ
ສະຫຼຸບຕີລາຄາ, ປະເມີນຜົນໃນ ການຂຽນ, ຮຽບຮຽງປະຫວັດມູນ ເຊື້ອຂອງກົມກວດກາກະຊວງປ້ອງກັນປະເທດເປັນຄັ້ງທຳອິດ ກ່ອນຈະໄດ້ພ້ອມກັນຄົ້ນຄວ້າ, ໃນນາມປະທານຊີ້ນຳໂຄງການປະກອບຂຽນປະຫວັດມູນເຊື້ອ ດັ່ງກ່າວ ຂໍເນັ້ນໜັກບາງເນື້ອ ໃນເຫດການສຳຄັນຂອງປະຫວັດ ມູນເຊື້ອວຽກງານກວດກາຂອງ ກອງທັບ ເຊິ່ງໄດ້ວິວັດມາຫຼາຍ ກວ່າ 35 ປີ ໃນນີ້ໃຫ້ບັນດາສະ ຫາຍຄະນະອະນຸກຳມະການຝ່າຍ ຕ່າງໆ ນັບທັງຜູ້ຂຽນຈະໄດ້ລົງ ເລິກເຖິງບັນດາເຫດການຢ່າງພາ ວະວິໄສ, ຄວາມຖືກຕ້ອງ, ຊັດເຈນ ເຫດການທີ່ເປັນປະຫວັດການຈັດ ຕັ້ງ, ຜົນງານການເຄື່ອນໄຫວ ຂອງບັນດາຄະນະພັກ-ຄະນະບັນ ຊາ, ພະນັກງານກວດກາ, ວິຊາ ສະເພາະກວດກາ. ນອກນັ້ນ, ຍັງ ຕ້ອງເອົາໃຈໃສ່ຈັດລຽງເຫດການ ທີ່ເໝາະສົມ ອັນເປັນພື້ນຖານ ໃຫ້ແກ່ການຄົ້ນຄວ້າ, ຮຽບຮຽງ ປະຫວັດມູນເຊື້ອທີ່ມີການພົວພັນຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງກຳລັງປະກອບອາວຸດໃຫ້ ມີແບບແຜນທັນສະໄໝ ໃນວາລະ ກອງປະຊຸມຜູ້ແທນ ໄດ້ປະກອບ ຄຳຄິດຄຳເຫັນໃສ່ເນື້ອໃນປະ ຫວັດສາດມູນເຊື້ອກົມກວດກາ ຢ່າງກົງໄປກົງມາ ແນໃສ່ເຮັດໃຫ້ ການຮຽບຮຽງໃຫ້ມີເນື້ອໃນຄົບ ຖ້ວນສົມບູນ ແລະ ບັນລຸໝາກ ຜົນສູງ.
ໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ໄດ້ຮຽກຮ້ອງໃຫ້ ຄະນະນຳ, ອະນຸກຳມະການຝ່າຍ
ຕ່າງໆ ຈົ່ງພ້ອມກັນເປັນເອ ກະພາບທາງດ້ານເນື້ອໃນບົດ ຂຽນ, ຮູບພາບ, ແນໃສ່ເພື່ອສ່ອງ ແສງຢ່າງຖືກຕ້ອງຕາມຄວາມ ຈິງຂອງປະຫວັດສາດທີ່ໄດ້ວິວັດ ຜ່ານມາຈົນເຖິງປັດຈຸບັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















