ນັກສຶກສາຈຳນວນ 43 ຄົນ ຢູ່ເມືອງອູຮັນ ສປ ຈີນ ບໍ່ໄດ້ຕິດເຊື້ອໂຄວິດ-19
ເວລາອອກຂ່າວ: 2020-03-12 08:47:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 673 | ຄວາມນິຍົມ: ![]()
ກະຊວງສຶກສາທິການ ແລະ ກີລາຮ່ວມກັບກະຊວງສາທາລະ ນະສຸກ ແລະ ກະຊວງການຕ່າງປະ ເທດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ແລະ ພໍ່ແມ່ຜູ້ປົກຄອງ, ກ່ຽວກັບ ສະພາບການເປັນຢູ່ຂອງນ້ອງ ນັກຮຽນນັກສຶກສາຈຳນວນ 43 ຄົນທີ່ຢູ່ເມືອງອູຮັນ ສປ ຈີນ, ດ້ວຍ ຄວາມເອົາໃຈໃສ່ຂອງລັດຖະ ບານ ກໍຄືກະຊວງທີ່ກ່ຽວຂ້ອງ, ທ່ານ ນາງ ແສງເດືອນ ຫຼ້າຈັນ
ທະບູນ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກີລາໄດ້ໃຫ້ຮູ້ວ່າ: ພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ໄດ້ລະບາດເປັນ ຄັ້ງທຳອິດ ໃນວັນທີ 27 ທັນວາ 2019 ຢູ່ທີ່ ເມືອງອູຮັນ, ແຂວງຫູ ເປີຍ ສປ ຈີນ, ຈາກນັ້ນໄດ້ຂະ ຫຍາຍໄປເມືອງອື່ນໆ ແລະ ປະ ເທດຕ່າງໆ ຢ່າງໄວວາ, ມາຮອດ ປັດຈຸບັນ ມີ 102 ປະເທດ ແລະ ເຂດປົກຄອງ ມີຜູ້ຕິດເຊື້ອທັງ ໝົດ 109.873 ຄົນ, ມີຜູ້ເສຍ ຊີວິດ 3.825 ຄົນ ແລະ ປິ່ນປົວດີ ແລ້ວ 62.217 ຄົນ, ເພື່ອຈຳກັດ ການແຜ່ລະບາດຂອງພະຍາດດັ່ງ ກ່າວທາງການຈີນ ໄດ້ສັ່ງປິດ ເມືອງອູຮັນ, ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ, ດັ່ງນັ້ນຈິ່ງ ເຮັດໃຫ້ນັກສຶກສາລາວຈຳນວນ 43 ຄົນ ຕົກຄ້າງຢູ່ທີ່ເມືອງອູຮັນ ຈົນຮອດປັດຈຸບັນດ້ວຍຄວາມ ເອົາໃຈໃສ່ ແລະ ເບິ່ງແຍງຂອງ ສະຫາຍ ຈີນ ເຮັດໃຫ້ນ້ອງນັກສຶກ ສາມີສຸຂະພາບແຂງແຮງດີ ແລະ ບໍ່ຕິດເຊື້ອພະຍາດດັ່ງກ່າວ, ເບື້ອງ ກະຊວງສຶກສາທິການ ແລະ ກີລາ ກໍໄດ້ສົ່ງເງິນໄປຊ່ວຍເຫຼືອນັກສຶກ ສາໂດຍກົງ ຈຳນວນ 20 ລ້ານກີບ ສະມາຄົມມິດຕະພາບລາວ-ຈີນ 5 ລ້ານກີບ, ກະຊວງການຕ່າງປະ ເທດໂດຍແມ່ນກົງສູນໃຫຍ່ລາວ ທີ່ຊາງຊາ ແຂວງຫູໜາມໄດ້ຊ່ວຍ ເຫຼືອເງິນ 10.000 ຢວນ, ພ້ອມ ທັງໄດ້ຕິດຕາມໃຫ້ຄຳປຶກສາ ແລະ ແນະນຳແກ່ນັກສຶກສາເປັນປົກກະ ຕິ, ເຊິ່ງເຫັນໄດ້ວ່າສະພາບຮ່າງ ກາຍ ແລະ ຈິດໃຈຂອງນ້ອງນັກ ສຶກສາທັງໝົດແມ່ນຍັງແຂງແຮງ ປົກກະຕິດີ ແລະ ແນະນຳໃຫ້ແຕ່ ລະນ້ອງຮັກສາສຸຂະພາບຂອງ ຕົນ, ໝັ່ນອອກກຳລັງກາຍ, ມີ ຄວາມສາມັກຄີ ແລະ ອຸ່ນອຽນ ທຸ່ນທ່ຽງ, ພະຍາຍາມຊ່ວຍຕົນ ເອງໃຫ້ເຂັ້ມແຂງທາງຮ່າງກາຍ ແລະ ຈິດໃຈກະຊວງສຶກສາທິ ການ ແລະ ກີລາຈະເປັນຂົວຕໍ່ ປະສານກັບທຸກຂະແໜງການ ທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອ ນ້ອງນັກສຶກສາໃຫ້ທ່ວງທັນ ຈົນຈະກັບຄືນສູ່ສະພາບປົກ ກະຕິໂດຍໄວ, ຂໍໃຫ້ຜູ້ປົກຄອງພໍ່ ແມ່ຢ່າມີຄວາມກັງວົນ ແລະ ແຕກ
ຕື່ນ, ພະຍາຍາມແນະນຳ ແລະ ສຶກ
ສາອົບຮົມລູກເຕົ້າຂອງຕົນໃຫ້ມີ ສະຕິ ແລະ ຈິດໃຈທີ່ເຂັ້ມແຂງຕໍ່ສູ້ ແລະ ຮັບມືກັບເຫດການທີ່ຮ້າຍ ແຮງໃນຄັ້ງນີ້ໄປໃຫ້ໄດ້.
ງານຖະແຫຼງຂ່າວດັ່ງກ່າວຈັດ ຂຶ້ນໃນວັນທີ 10 ມີນາ 2020 ນີ້, ຢູ່ທີ່ກະຊວງສຶກສາທິການ ແລະ ກີ ລາ, ນະຄອນຫຼວງວຽງຈັນ, ໂດຍ ມີທ່ານ ນາງ ແສງເດືອນ ຫຼ້າຈັນ ທະບູນ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກີລາ, ທ່ານ ຮອງ ສຈ ດຣ ພູທອນ ເມືອງປາກ ຮອງ ລັດຖະມົນຕີກະຊວງສາທາລະ ນະສຸກ, ທ່ານ ທອງຜ່ານ ສະຫວັນ ເພັດ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ, ພໍ່ແມ່ ຜູ້ ປົກຄອງ ແລະ ສື່ມວນຊົນເຂົ້າ ຮ່ວມ.
ໂດຍ : ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















