ກອງປະຊຸມຮ່ວມລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ
ເວລາອອກຂ່າວ: 2020-03-12 08:48:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ: ![]()
ວັນທີ 11 ມີນາ 2020 ນີ້,
ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ໄດ້ເປີດກອງປະຊຸມ ຮ່ວມລະຫວ່າງຄະນະເລຂາທິ ການສະພາແຫ່ງຊາດກັບບັນ ດາອົງການຈັດຕັ້ງພາຍໃນສະ ພາແຫ່ງຊາດ ແລະ ຄະນະເລຂາ ທິການສະພາປະຊາຊົນຂັ້ນ ແຂວງ ປະຈໍາປີ 2019 ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະ ເກດ ກໍາມະການສໍາຮອງສູນກາງ ພັກເລຂາທິ ການສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ສີໃສລືເດດມູນສອນ ກໍາມະການ ສູນກາງພັກ, ຮອງປະ ທານ ສະພາ
ແຫ່ງຊາດພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ວິຊາການທີ່ຂຶ້ນກັບຄະນະເລຂາທິການສະພາແຫ່ງຊາດເຂົ້າຮ່ວມ.
ໃນພິທີ ທ່ານ ສຸບັນ ສະວະບຸດ ຮອງເລຂາທິການສະພາແຫ່ງ ຊາດ ໄດ້ສະຫຼຸບການເຄື່ອນໄຫວ ວຽກງານປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020. ໃນໄລຍະ 1 ປີຜ່ານມາ
ຄະນະເລຂາທິການສະພາແຫ່ງ ຊາດໄດ້ພະຍາຍາມ ແລະ ເອົາ ໃຈໃສ່ຈັດຕັ້ງປະຕິບັດພາລະ ບົດບາດຂອງຕົນຕາມທິດຊີ້ນໍາ ຂອງຄະນະປະຈໍາສະພາແຫ່ງ ຊາດ, ສາມາດຈັດຕັ້ງປະຕິບັດ ແຜນການສໍາເລັດຜົນຢ່າງດີ, ສະ ແດງອອກໃຫ້ເຫັນວ່າການກະ
ກຽມດ້ານເນື້ອໃນຕາມບົດບາດ
ຂອງຄະນະເລຂາທິການສະພາ
ແຫ່ງຊາດ, ວຽກງານກົງຈັກການ ຈັດຕັ້ງ, ການກໍ່ສ້າງ ແລະ ບໍາ
ລຸງສ້າງພະນັກງານ, ການເອື້ອ
ອໍານວຍການເຄື່ອນໄຫວວຽກ ງານສະພາແຫ່ງຊາດແມ່ນໄດ້ ມີການຫັນປ່ຽນ, ມີການປັບປຸງ
ໃຫ້ມີຄວາມສອດຄ່ອງດີຂຶ້ນທັງ ໝົດນັ້ນແມ່ນຍ້ອນໄດ້ຮັບການຊີ້ ນໍາຢ່າງໃກ້ຊິດຈາກຄະນະພັກ, ຄະນະປະຈໍາສະພາແຫ່ງຊາດ ແລະ ການຮ່ວມມືເປັນຢ່າງດີ ຈາກບັນດາກົງຈັກການຈັດຕັ້ງ ພາຍໃນສະພາແຫ່ງຊາດ, ຄະນະ
ເລຂາທິການປະຊາຊົນຂັ້ນແຂວງ ກໍຄືພາກສ່ວນທີ່ກ່ຽວຂ້ອງຕ່າງໆ,
ການປັບປຸງແບບແຜນວິທີເຮັດ ວຽກຢູ່ພາຍໃນຄະນະເລຂາທິ ການສະພາແຫ່ງຊາດ, ຄວາມ
ເປັນເຈົ້າການຂອງພະນັກງານ ລັດຖະກອນທີ່ຮັບຜິດຊອບວຽກ ງານຕ່າງໆ, ການຈັດຕັ້ງປະຕິບັດ
ພາລະບົດບາດຂອງສະພາແຫ່ງ ຊາດ ກໍຄືສະພາປະຊາຊົນຂັ້ນ ແຂວງນັບມື້ສູງຂຶ້ນ ແລະ ເຮັດໃຫ້
ສະພາແຫ່ງຊາດ ສາມາດຈັດ ຕັ້ງປະຕິບັດສິດ ແລະ ໜ້າທີ່ ທີ່ກໍາ
ນົດໃນກົດໝາຍບັນລຸຕາມແຜນ
ການທີ່ວາງໄວ້ ເປັນຕົ້ນດ້ານນິ
ຕິບັນຍັດສ້າງ ແລະ ປັບປຸງກົດ
ໝາຍໄດ້ຈໍານວນທັງໝົດ 18 ສະ
ບັບ ໃນນີ້, ກົດໝາຍ 6 ສະບັບ,
ປັບປຸງ 12 ສະບັບ; ດ້ານການພິ
ຈາລະນາຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ໂດຍ
ຜ່ານກົນໄກກອງປະຊຸມສະພາ
ແຫ່ງຊາດມີທັງໝົດ 26 ເນື້ອ
ໃນ, ອອກເປັນມະຕິກອງປະຊຸມ
ສະພາແຫ່ງຊາດ 23 ສະບັບ;
ການພິຈາລະນາຕົກລົງບັນຫາ
ສໍາຄັນພື້ນຖານຂອງປະເທດຊາດໂດຍຜ່ານກົນໄກກອງປະ ຊຸມຄະນະປະຈໍາສະພາແຫ່ງ
ຊາດມີທັງໝົດ 114 ເນື້ອໃນ, ອອກເປັນມະຕິຂອງຄະນະປະ ຈໍາສະພາແຫ່ງຊາດ 50 ສະບັບ;
ດ້ານການຕິດຕາມຂອງກອງປະ ຊຸມສະພາແຫ່ງຊາດໄດ້ຈັດຕັ້ງ
ປະຕິບັດ 7 ຫົວຂໍ້ວຽກງານການ
ຕ່າງປະເທດໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງພາຍ ໃນ ແລະ ພາຍນອກອໍານວຍ
ຄວາມສະດວກໃນການຕ້ອນ ຮັບແຂກພາຍໃນ ແລະ ຕ່າງ ປະເທດຈໍານວນ 62 ຄັ້ງ.
ກອງປະຊຸມຈະໄດ້ດໍາເນີນໄປ
ຈົນຮອດວັນທີ 13 ມີນາ ຈຶ່ງຈະ
ສໍາເລັດ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















