ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ສະຫະພັນນັກຮົບເກົ່າແຂວງຫຼວງນ້ຳທາ ສືບຕໍ່ຜັນຂະຫຍາຍວຽກງານ 3 ດີ 6 ຮັກສາ
ເວລາອອກຂ່າວ: 2020-03-13 10:18:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 794 | ຄວາມນິຍົມ:



ພາຍຫຼັງກອງປະຊຸມຄັ້ງທີ IV ຂອງຜູ້ແທນສະຫະພັນນັກຮົບ ເກົ່າ ແຂວງຫຼວງນໍ້າທາ ໄດ້ດໍາ ເນີນມາເປັນເວລາ 2 ວັນ, ມາໃນ ວັນທີ 10 ມີນາ ນີ້, ຈຶ່ງສໍາເລັດ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແສງວັນດີ ວ່າໄຊຍີ ປະທານສະຫະພັນນັກ ຮົບເກົ່າແຂວງຫຼວງນໍ້າທາ, ໃຫ້ ກຽດເຂົ້າຮ່ວມຂອງ ສະຫາຍ ເພັດຖາວອນ ພິລະວັນ ກໍາມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີສະ ຫາຍ ພົນຈັດຕະວາ ຄໍາຜາງ ກອງຈັນແສງ ຮອງປະທານສະ ຫະພັນນັກຮົບເກົ່າແຫ່ງຊາດ ລາວ, ກອງບັນຊາການ ປກຊ-ປກສ ແຂກຖືກເຊີນຕະຫຼອດຮອດ ສະຫະພັນນັກຮົບເກົ່າບັນດາ ເມືອງ ແລະ ຮາກຖານເຂົ້າຮ່ວມ. ກອງປະຊຸມ ໄດ້ລົງປະຊາມະ ຕິເປັນເອກະສັນຮັບຮອງເອົາບັນ ດາເນື້ອສໍາຄັນ, ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ ຮ່າງບົດລາຍງານການເມືອງ ທັງສອງພາກ ແລະ ແຜນພັດທະ ນາ-ເສດຖະກິດ, ທິດທາງຄາດ ໝາຍສູ້ຊົນແຕ່ລະດ້ານບົດສະຫຼຸບການນໍາພາລວມຂອງຄະນະຊຸດເກົ່າ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ໃນການຊີ້ ນໍາ-ນໍາພາ ແລະ ການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ພ້ອມນີ້ກອງປະຊຸມ ຍັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງແຜນການຕໍ່ໜ້າ, ເຊິ່ງ ຕ້ອງໄດ້ສູ້ຊົນອອກແຮງເຄື່ອນ ໄຫວສຶກສາອົບຮົມການເມືອງນໍາ ພາແນວຄິດໃຫ້ພະນັກງານສະມາ ຊິກພັກຖັນແຖວນັກຮົບເກົ່າ, ເຊື່ອມຊຶມແນວທາງນະໂຍບາຍ ຂອງ ພັກ-ລັດ, ບໍາລຸງກໍ່ສ້າງພະ ນັກງານວິຊາການຍົກລະດັບວິ ຊາສະເພາະຕາມຄວາມສາມາດ ຕົວຈິງ ສືບຕໍ່ກໍ່ສ້າງສະມາຊິກພັກ, ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຕາມຄາດໝາຍ, ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່, ກົດໝາຍ, ກົດລະບຽບ ນັກຮົບເກົ່າແຫ່ງຊາດລາວ, ເອົາ ໃຈໃສ່ຜັນຂະຫຍາຍວຽກງານ 3 ດີ 6 ຮັກສາ ມູນເຊື້ອຂອງນັກຮົບ ເກົ່າໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ ປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງອໍານາດການປົກ ຄອງແຕ່ລະຂັ້ນ, ຕິດຕາມກວດກາ ຊຸກຍູ້ການປະຕິບັດນະໂຍບາຍດ້ານຕ່າງໆຕໍ່ສະມາຊິກນັກຮົບ ເກົ່າໃຫ້ຖືກຕ້ອງສອດຄ່ອງ, ເອົາ ໃຈໃສ່ກໍ່ສ້າງ ແລະ ປັບປຸງວຽກ ງານກອງທຶນຂອງນັກຮົບເກົ່າໃຫ້ ໜັກແໜ້ນ ເຂັ້ມແຂງ ແລະ ເສີມ ຂະຫຍາຍພົວພັນຮ່ວມມືປະຕິບັດ ແນວທາງນະໂຍບາຍການຕ່າງ ປະເທດຂອງພັກໃຫ້ດີກວ່າເກົ່າ, ກອງປະຊຸມຍັງໄດ້ປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານ ນັກຮົບເກົ່າຊຸດໃໝ່, ໃນນີ້ມີຜູ້ສະ ໝັກຮັບເລືອກຕັ້ງ 12 ສະຫາຍ ເລືອກເອົາ 9 ສະຫາຍ ແລະ ກອງ ປະຊຸມປະຖົມມະລຶກໄດ້ເປັນເອກະ ສັນຮັບຮອງເອົາ ສະຫາຍ ພັນໂທ ແສງວັນດີ ວ່າໄຊຍີ ເປັນປະ ທານສະຫະພັນນັກຮົບເກົ່າແຂວງ ຫຼວງນໍ້າທາຊຸດໃໝ່, ສະຫາຍ ພັນ ໂທ ຈັນສຸກ ວັນນະສຸກ ແລະ ສະຫາຍ ພັນໂທ ຄໍາວັນໄຊ ແສນ ຫຼວງລາດ ເປັນຮອງປະທານ ພ້ອມດ້ວຍຄະນະ 6 ສະຫາຍ ແລະ ກອງປະຊຸມຍັງໄດ້ເປັນເອກະ ສັນກັນ ຮັບຮອງເອົາ ສະຫາຍ ພັນໂທ ຈັນສຸກ ວັນນະສຸກ ເປັນ ປະທານກວດກາ ແລະ ສະຫາຍ ນາງ ຕີມ ເຍົາອຸທອນ ເປັນຮອງ ປະທານກວດກາ. ໃນໂອກາດດັ່ງກ່າວສະຫາຍ ເພັດຖາວອນ ພິລະວັນ ກໍາມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ຊີ້ນໍາ-ນໍາພາ ຂອງຄະນະບໍລິຫານ ງານສະຫະພັນນັກຮົບເກົ່າ ທີ່ຍາດ ມາໄດ້ຫຼາຍດ້ານແຕ່ກໍມີຫຼາຍບັນ ຫາທີ່ຍັງຄົງຄ້າງ, ແຕ່ເຖິງແນວ ໃດກໍຕາມຄະນະພັກ-ຄະນະບໍລິ ຫານງານ ກໍພ້ອມກັນຜ່ານຜ່າ ແລະ ສູ້ຊົນເຮັດລ້ອນໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບ ຜິດຊອບສູງ. ພ້ອມນັ້ນສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິ ຫານງານຊຸດໃໝ່ ສືບຕໍ່ປັບປຸງແກ້ ໄຂໃນການຈັດຕັ້ງຜັນຂະຫຍາຍ ວຽກງານ 3 ດີ 6 ຮັກສາ ພ້ອມກັນ ຍາດໄດ້ຜົນງານ ແລະ ຜົນສໍາເລັດ ຍິ່ງໃຫຍ່ກວ່າເກົ່າ. ໂດຍ: ບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ