ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2020-03-19 10:06:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585065 | ຄວາມນິຍົມ: ![]()
ໃນວັນທີ 14 ມີນາ 2020 ນີ້,
ສະຫາຍ ພົນຈັດຕະວາ ຄອນ ສະຫວັນ ມິງຈໍາປາບານ ກຳມະ ການຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງ
ທັບ ພ້ອມດ້ວຍຄະນະໄດ້ເຮັດ ວຽກຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ໂດຍໃຫ້ ການຕ້ອນຮັບອັນອົບອຸ່ນຂອງສະ
ຫາຍ ພົນຈັດຕະວາ ຄໍາຫຼ້າ ວົງ ວິໄລ ກໍາມະການພັກແຂວງ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະຢູ່ທີ່ຫ້ອງຮັບ ແຂກຂອງກອງບັນຊາການ.
ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ໄດ້ລາຍງານສະພາບລວມໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານເຕັກນິກຢູ່ຂັ້ນຮາກ ຖານທ້ອງຖິ່ນ, ເຊິ່ງຍົກໃຫ້ເຫັນຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານເຕັກນິກ ພ້ອມທັງຂໍທິດຊີ້ນໍາ ຈາກຂັ້ນເທິງ ໃນການປັບປຸງກໍ່ ສ້າງກໍາລັງ ໂດຍສະເພາະແມ່ນຂົງ ເຂດເຫຼົ່າຮົບເຕັກນິກໃນກຳລັງ ທ້ອງຖິ່ນ ແຂວງຫຼວງພະບາງ ໃຫ້ດຳເນີນໄປຖືກຕາມທິດຊີ້ນຳຂອງຂັ້ນເທິງກຳນົດ ຮັບປະກັນໄດ້ວຽກງານກຽມພ້ອມສູ້ຮົບ. ໂອກາດນີ້ ສະຫາຍ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິງຈໍາປາບານ
ໄດ້ກ່າວວ່າການມາເຮັດວຽກໃນ ຄັ້ງນີ້ແມ່ນເພື່ອກວດກາຕິດຕາມ ຄຸນນະພາບອາວຸດກະສູນ, ກວດ
ກາຈັດວາງພາຫະນະເຕັກນິກ, ລະບອບການບົວລະບັດພັດເຊັດ ແລະ ບຳລຸງຮັກສາເຕັກນິກອາວຸດ
ກະສູນ, ການຈັດຕັ້ງປະຕິບັດກ່ຽວ ກັບວຽກງານເຕັກນິກ ແລະ ການ ປັບປຸງກໍ່ສ້າງກໍາລັງເຫຼົ່າຮົບເຕັກ
ນິກ. ເພື່ອສືບຕໍ່ເສີມຂະຫຍາຍບໍາ ລຸງກໍ່ສ້າງນາຍ ແລະ ພົນທະຫານ ທີ່ເຮັດວຽກງານກ່ຽວກັບເຫຼົ່າຮົບ
ວິຊາສະເພາະດ້ານເຕັກນິກອາ ວຸດກະສູນຂອງກອງທັບ ເວົ້າສະ
ເພາະແມ່ນກົມກອງຂອງພວກ
ສະຫາຍໃຫ້ມີຄຸນນະພາບ ແລະ ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວໜ້າ ທັນສະໄໝ. ສາມາດຕອບສະໜອງ
ໄດ້ຕາມຄວາມຮຽກຮ້ອງຕ້ອງ ການໜ້າທີ່ການເມືອງທີ່ຂັ້ນເທິງ ມອບໝາຍໃຫ້ ໃນການເຄື່ອນ ໄຫວປົກປັກຮັກສາເຂດນໍ້າແດນ ດິນ ກໍຄືການຈັດຕັ້ງປະຕິບັດສອງ ໜ້າທີ່ຍຸດທະສາດຂອງພັກໃນ
ການປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດ ພ້ອມກັນ
ນີ້ ສະຫາຍຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ ຍັງໄດ້ໃຫ້ທິດຊີ້ ນໍາກອງບັນຊາການທະຫານແຂວງ
ໂດຍສະເພາະແມ່ນຫ້ອງເຕັກນິກ ຫຼາຍບັນຫາທີ່ສໍາຄັນຕື່ມອີກ ເພື່ອເຮັດໃຫ້ວຽກງານດັ່ງກ່າວ
ນັ້ນເດີນແມ່ນແລນສະດວກດີຍິ່ງຂຶ້ນຕາມທິດສ້າງກອງທັບປະຕິ
ວັດ ແລະ ມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















