ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2020-04-08 16:58:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585004 | ຄວາມນິຍົມ:



ໃນຕອນບ່າຍ ວັນທີ 8 ເມສາ 2020 ນີ້ຢູ່ທີ່ຫ້ອງຮັບແຂກສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດເຄື່ອນໄຫວເຮັດວຽກຢູ່ ສປປ ລາວ. ໂອກາດນີ້ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ສະນິດສະໜົມ ພ້ອມກັບລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຕໍ່ກັບ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພາລາທິການກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ທີ່ມາເຄື່ອນໄຫວເຮັດວຽກກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ສະຫາຍ ພົນຈັດຕະວາ ຫງວຽນ ຮຸງ ຖັງ ໄດ້ກ່າວສະແດງຄວາມຂອບໃຈທີ່ ສະຫາຍ ພົນຕີ ອ່ອນສີ ແສນສຸກ ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງກ່າວຈຸດປະສົງໃນການມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປລາວ ໃນຄັ້ງນີ້ ໃຫ້ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຊາບອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ