ທະຫານແຂວງຫຼວງພະບາາງ ມອບເງິນອຸດໜູນເທື່ອດຽວໃຫ້ພະນັກງານ ແລະ ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2020-04-09 14:20:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 586 | ຄວາມນິຍົມ: ![]()
ການມອບເງິນອຸດໜູນເທື່ອດຽວໃຫ້ພະນັກງານນາຍທະຫານທີ່ພັກການໃນກໍາລັງປະກອບອາວຸດຂອງກອງບັນຊາການທະຫານແຂວງຫຼວງພະບາງ ຈໍານວນ 3 ສະຫາຍ ແລະ ຄອບຄົວຂອງພະນັກງານຜູ້ທີ່ເສຍສະຫຼະຊີວິດຈໍານວນ 1 ສະຫາຍ. ໄດ້ຈັດຂື້ນທີ່ສະໂມສອນຂອງຫ້ອງການເມືອງທະຫານແຂວງໃນວັນທີ່ 26 ມິນາ 2020 ຜ່ານມາທີ່ສະໂສສອນຂອງຫ້ອງການເມືອງຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ສະມາຊິກສະພາແຫ່ງຊາດ ຮອງກອງບັນຊາການ ຫົວໜ້າຫ້ອງການເມືອງທະຫານແຂວງ . ມີບັນດາພະແນກການທີ່ກ່ຽວຂ້ອງ ແລະ ພາກສ່ວນທີ່ໄດ້ຮັບການອຸດໜູນເທື່ອດຽວຕະຫຼອດຮອດຄອບຄົວຂອງຜູ້ທີ່ເສຍຊີວິດເຂົ້າຮ່ວມ. ສະຫາຍ ພັນໂທ ສິງທອງ ອິນທະວອງ ຄະນະພັກຮາກຖານຫ້ອງການເມືອງ ຫົວໜ້າພະແນກພະນັກງານທະຫານແຂວງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານອອກການຮັບເງິນອຸດໜູນເທື່ອດຽວ, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ ( ສະບັບປັບປຸງ ) ເລກທີ່ 54 ສະພາແຫ່ງຊາດ, ລົງວັນທີ່ 27 ມິຖຸນາ 2018. ຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ເລກທີ່ 43 ສະພາແຫ່ງຊາດລົງວັນທີ່ 14 ມິຖຸນາ 2018 ໝວດ I ມາດຕາ II. ຕາມຄໍາຮ້ອງຜູ້ກ່ຽວ ແລະ ການສະເໜີຈາກກົມກອງພື້ນຖານ ໂດຍຜ່ານການຄົ້ນຄ້ວາໃນກອງປະຊຸມຄັ້ງວັນທີ່ 27 ສິງຫາ 2019. ຢູ່ກົມພະນັກງານກົມໃຫ່ຍການເມືອງກອງທັບ. ຕົກລົງໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ຈໍານວນ 3 ສະຫາຍ, ອອກການຮັບເງິນອຸດໜູນເທື່ອດຽວ ແລະ ເງິນໃຫ້ຄອບຄົວຂອງພະນັກງານທີ່ເສຍຊີວິດ 1 ສະຫາຍ ລວມທັງໝົດເປັນເງີນ 204.799.770.
ໂດຍແມ່ນ ສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ເປັນຜູ້ຂຶ້້ນມອບໃຫ້ພາກສ່ວນດັ່ງກ່າວ ແລະ ພ້ອມທັງໂອ້ລົມຕໍ່ພິທີກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຊົມເຊີຍເຖິງຜົນງານໃນການເຄື່ອນໄຫວເຮັດສໍາເລັດໜ້າທີ່ວຽກງານປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການສ້າງສາພັດທະນາກົມກອງຂອງນາຍທະຫານທີ່ອອກການຮັບເງິນອຸດໜູນເທື່ອດຽວຕະຫຼອດໄລຍະທີ່ຜ່ານມາ ສະນັ້ນພັກ - ລັດຈຶ່ງໄດ້ມີນະໂຍບາຍມອບເງິນໃຫ້ພະນັກງານອຸດໜູນ ແລະ ຄອບຄົວພະນັກງານທີ່ເສຍຊີວິດເພື່ອນໍາໄປໝູນໃຊ້ເຂົ້າໃນການສ້າງສາພັດທະນາເສດຖະກິດຄອບຄົວໃຫ້ກາຍເປັນຄອບຄົວຕົວແບບທີ່ຮັ່ງມີເຂັ້ມແຂງບົນພື້ນຖານໃນການຈັດຕັ້ງປະຕິບັດນັ້ນຕ້ອງຖືກຕ້ອງຕາມລະບຽບກົດໝາຍຂອງບ້ານເມືອງພ້ອມກັນຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານຊ່ອງຂອງຕົນ, ຊຸກຍູ້ຊ່ວຍ ເຫຼືອອໍານາດການປົກຄອງທ້ອງຖິ່ນຮາກຖານ, ປະກອບສ່ວນເຂົ້າໃນການເຄື່ອນໄຫວເຮັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫົງບ, ສຶກສາອົບຮົມຄອບຄົວໃຫ້ເປັນເຈົ້າການປະຕິບັດແນວທາງຂອງພັກ - ກົດໝາຍຂອງລັດ. ເພື່ອກາຍເປັນພົນລະເມືອງດີຂອງຊາດ. ຕັ້ງໜ້າສ້າງສາພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ຄອບຄົວໃຫ້ມີຄວາມຈະເຈີນກ້າວໜ້າ ແລະ ມີຄວາມສະຫົງບໂດຍພື້ນຖານ.
ໂດຍ: ໄຊຍະສອນ ລັດຕະນະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














