ແຮງໃຈຈາກປະຊາຊົນ
ເວລາອອກຂ່າວ: 2020-04-09 14:26:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ: ![]()
ວັນທີ 9 ເມສາ 2020 ທີ່ສໍານັກງານກະຊວງປ້ອງກັນປະເທດ, ນໍາໂດຍ ສະຫາຍ ພັນໂທ ເຂັມພອນ ແກ້ວວິໄຊ ເປັນກຽດຮັບເຄຶ່ອງອຸປະຖໍາ ເພື່ອຊ່ວຍເຫຼືອເຈົ້າໜ້າທະຫານທີ່ເຮັດໜ້າທີ່ສະກັດກັ້ນພະຍາດໂຄວິດ- 19 ຈາກບັນດາຫ້າງຮ້ານ ແລະ ປະຊາຊົນໃນນະຄອນຫຼວງ.
ກ່າວມອບໂດຍ ນ. ພູມີ ວິພົງໄຊ , ນ. ພອນມະນີ ວິພົງໄຊ, ນ. ພອນສຸດາ ຈິດຕິພັນ, ໄຊຍະດາ ມິນແຄນ, ເຊິ່ງໄດ້ນໍາເອົານໍ້າດື່ມລວມ 10 ແກັດ ແລະ ເຂົ້າ 30 ກ່ອງ ລວມມູນຄ່າປະມານ 1.000.000ກີບ ນໍາມາມອບໃຫ້ຄະນະສະເພາະກິດ ກະຊວງປ້ອງກັນປະເທດເທດ ເພື່ອນໍາໄປສົ່ງໃຫ້ອ້າຍນ້ອງທະຫານ ຜູ້ທີ່ກໍາປະຕິບັດໜ້າທີ່ ຕາມທ້ອງຖະໜົນ ແລະ ສະຖານທີ່ຕ່າງໆ.
ສະຫາຍ ພັນໂທ ເຂັມພອນ ແກ້ວວິໄຊ ຕາງໜ້າຄະນະສະເພາະກິດ ກະງຊວງປ້ອງກັນປະເທດ ໄດ້ກ່າວລະແດງຄວາມຂອບໃຈຢ່າງສູງຕໍ່ພາກສ່ວນດັ່ງກ່າວ. ນີ້ ເຖິງວ່າ ຈະເປັນສິ່ງຂອງເຫຼັກນ້ອຍຈາກປະຊາຊົນ ແຕ່ມັນເປັນນໍ້າໃຈອັນຫຍິ່ງໃຫຍ່ ໃຫ້ແກ່ອ້າຍນ້ອງ ແລະ ທີມງານແພດທະຫານ ເພື່ອເປັນແຮງບັນດານໃຈ ໃນການປະຕິບັດໜ້າທີ່, ຖືວ່າເປັນການປະກອບສ່ວນໜຶ່ງແຮງໃນການສະກັດກັ້ນພະຍາດລະບາດ ໂຄວິດ - 19 ໃຫ້ຫາຍຈາກພວກເຮົາໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














