ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ບໍລິສັດລາວພັດທະນາ ກະສິກຳສະອາດ ມອບອຸປະກອນການແພດໃຫ້ແກ່ກອງພົນທີ 5
ເວລາອອກຂ່າວ: 2020-04-09 14:36:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 616 | ຄວາມນິຍົມ:



ໃນວັນທີ 6 ເມສາ 2020 ນີ້ ທ່ານນາງ ຈິດຕະພອນ ທິແກ້ວ ປະທານບໍລິສັດ ພັດທະນາລາວ ກະສິກຳສະອາດ ໄດ້ນຳເອົາເຄື່ອງອຸປະກອນການແພດໄປມອບໃຫ້ກອງພົນທີ 5 ເພື່ອນຳໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ 19 ໂດຍແມ່ນສະຫາຍ ພັນໂທ ຄຳສີງ ໄຊສຸລິວົງ ຫົວໜ້າພະແນກການເງີນ ຕ່າງໜ້າໃຫ້ບໍລິສັດພັດທະນາລາວກະສິກຳສະອາດ ມີຄະນະພັກ - ຄະນະບັນຊາ ອົງການ 5 ຫ້ອງພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງອຸປະກອນທີ່ນຳມາມອບໃຫ້ຄັ້ງນີ້ລວມມີ ຊົບມືຢາງຈຳນວນ 4.500 ອັນຜ້າອັດປາກ-ດັງ ຈຳນວນ 7.150 ອັນ , ເຄື່ອງວັດແທກອຸນຫະພູມ 26 ອັນ , ເຈວລ້າງມື 28 ອັນ , ປ໋ອງຊີດສະເປເປົ່າ ຈຳນວນ 88 ອັນ ລວມມູນຄ່າ 43.890.000 ກີບ ກ່າວຮັບໂສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວໜ້າການທະຫານກອງພົນທີ 5 ພ້ອມຄະນະ ໂອກາດດັ່ງກ່າວສະຫາຍ ກໄດ້ສະແດງຄວາມຂອບອົກ ຂອບໃຈຕໍ່ບັນດາທ່ານ ທີ່ໄດ້ສະຫຼະວັດຖຸອັນມີຄຸນຄ່າ ມາມອບໃຫ້ໃນຄັ້ງນີ້ ເຖີງວ່າຈະເປັນວັດຖຸສີ່ງຂອງພຽງເລັກໆນ້ອຍຂອງທ່ານແຕ່ວ່າ ມີຄວາມໜາຍຄວາມສຳຄັນ ຕໍ່ການພົວພັນຮ່ວມມືກັນລະຫວ່າງສອງອົງການຈັດຕັ້ງ ກໍ່ຄື ກອງທັບ ກັບ ປະຊາຊົນ ເຊີ່ງຍາມໃດກໍ່ໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອເຊີ່ງກັນ ແລະ ກັນຕະຫຼອດມາພ້ອມທັງອວຍພອນໃຫ້ແກ່ບັນດາທ່ານ ບັນດາສະຫາຍ ຕະຫຼອດຮອດພະນັກງານ ວິຊາການຂອງບໍລິສັດຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກ ຄວາມຈະເລິນໃນໜ້າທີ່ການງາດຳເນີນທຸລະກິດໃຫ້ມີຜົນກຳໄລງອກງາມຂື້ນໄປເລື້ອຍໆ ພ້ອມທັງໃຫ້ສັນຍາວ່າ ຈະນຳເອົາເຄື່ອງອຸປະກອນທີ່ນຳມາມອບໃຫ້ຄັ້ງນີ້ ນຳໄປແຈກຢາຍໃຫ້ ນາຍ ແລະ ພົນທະຫານໃຫ້ທົ່ວເຖີງ ຂ່າວ:ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ