ຮອງເຈົ້າແຂວງໆ ບໍ່ແກ້ວ ລົງຊີ້ນຳ ຄະນະສະເພາະກິດ ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ຢູ່ເມືອງຜາອຸດົມແຂວງບໍ່ແກ້ວ
ເວລາອອກຂ່າວ: 2020-04-09 14:40:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 650 | ຄວາມນິຍົມ: ![]()
ໃນວັນທີ 7 ເມສາ 2020 ນີ້,ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວ ຊີ້ນຳຄະນະ ສະເພາະກິດ ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19 ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍມີ ທ່ານ ຈັນທອນ ພົນທະລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຜາອຸດົມ,ມີຄະນະປະຈຳພັກເມືອງ ພ້ອມດ້ວຍ ຄະນະຮັບຜິດຊອບ ສະເພາະກິດ ແລະ ຫົວໜ້າກອງພັນໃຫ່ຍທະຫານຮາບ302 ເຂົ້າຮ່ວມຢ່າງ.
ໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນລາຍງານ ສະພາບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 06/ນຍ ລົງວັນທີ 29 ມີນາ 2020 ຂອງນາຍົກລັດຖະມົນຕີແຫ່ງ ສປປລາວ ວ່າດ້ວຍການເພີ່ມທະວີມາດຕະການ ສະກັດກັ້ນການແຜ່ລະບາດ,ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ,ພ້ອມທັງຍົກໃຫ້ເຫັນ ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອຊອກຫາວິທີແກ້ໄຂ.
ໂອກາດດັ່ງກ່າວ ທ່ານ ຈອມສີ ລັດຕະນະປັນ ຍັງໄດ້ແນະນຳບາງວຽກງານ ທີເລັ່ງດ່ວນ ໃຫ້ຄະນະສະເພາະກິດ ຂັ້ນເມືອງ ໃຫ້ເອົາໃຈໃສ່ ຈັດຕັ້ງຄະນະຮັບຜິດຊອບ ລົງເຄື່ອນໄຫວໂຄສະນາ,ສຶກສາອົບຮົມ ແລະ ຊີ້ນຳ ພໍ່ແມ່ ປະຊາຊົນບັນດາເຜົ່າ ດ້ວຍຫຼາຍຮູບແບບ ເຮັດໃຫ້ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ເຖິງຄວາມອັນຕະລາຍ ຂອງພະຍາດໂຄວິດ-19 ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ແຜ່ລະບາດ ຢູ່ຂອບເຂດບ້ານຂອງຕົນ ໂດຍສະເພາະແມ່ນ ຕ້ອງຮູ້ຈັກປ້ອງກັນຕົນເອງ,ຈຳກັດການໄປ-ມາ,ການເຂົ້າ-ອອກບ້ານ,ເມືອງຊະຊາຍ,ກວດກາກຳແໜ້ນພົນລະເມືອງ ຂອບເຂດຮັບຜິບຊອບຂອງຕົນ,ຫ້າມບໍ່ໃຫ້ຈັດງານ,ກິດຈະກຳຕ່າງໆ ແລະ ບໍ່ໃຫ້ຊຸມນຸມ-ຊຸມແຊວ ເກີນກວ່າ 10 ຄົນ ຂື້ນໄປ.
ຕອນທ້າຍ ທ່ານ ຍັງໄດ້ມອບເງິນ ແລະ ເຄື່ອງປ້ອງກັນພະຍາດ ຈຳນວນໜື່ງໃຫ້ເມືອງຜາອຸດົມ ແລະ ກອງພັນໃຫ່ຍ302 , ລວມມີ: ຜ້າອັດປາກ-ດັ່ງ ຈຳນວນ 100 ອັນ, ເຫຼົ້າ 75% 5 ມີລິລິດ 4 ກອງ,ເຈວລ້າງມື້ 250 ມີລິລິດ 6 ກອງ, ເຄື່ອງວັດແທກອຸ່ນຫະພູມຮ່າງກາຍ 1 ເຄື່ອງ ໂດຍການກ້າວມອບຂອງ ທ່ານ ຈອມສີ ລັດຕະນະປັນ ກ້າວຮັບໂດຍ ສະຫາຍ ພັນໂທ ສາຍທອງ ປິສາຈັນ ກຳມະການຄະນະພັກ ກອງພົນທີ3 ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫ່ຍ302 ທັງນີ້ກໍ່ເພື່ອມອບໃຫ້ ສອງພາກສ່ວນດັ່ງກ່າວ ນຳໄປແຈກຢາຍ ໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ເພື່ອປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ມີສຸຂະພາບແຂງແຮງ ແລະ ປອດໄພຈາກເຊື້ອພະຍາດດັ່ງກ່າວໄດ້ 100%.
ຂຽນໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















