ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ຄະນະສະເພາະກິດກະຊວງປ້ອງກັນປະເທດຕ້ອນຮັບຊ່ຽວຊານຈາກ ສສ ຫວຽດນາມ
ເວລາອອກຂ່າວ: 2020-04-09 14:43:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 666 | ຄວາມນິຍົມ:



ວັນທີ 9 ເມສາ ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຫົວໜ້າສະເພາະກິດປະຈໍາກະຊວງປ້ອງກັນປະເທດ ພ້ອມຄະນະຜູ້ແທນກະຊວງປ້ອງກັນປະເທດຕ້ອນຮັບທີມງານຜູ້ຊ່ຽວຊານຈາກ ສສ ຫວຽດນາມ. ສະຫາຍ ພົນຕີ ແອສະໄມ ເລຶອງວັນໄຊ ໄດ້ສະແດງຄວາມຂອບໃຈຢ່າງສູງ ທີ່ທີມ ຜູ້ຊ່ຽວຊານ ສສ ຫວຽດນາມ ໄດ້ໃຫ້ທິດຊິນໍາ ແລະ ແປ່ງປັນປະສົບການ ໃນການສະກັດກັ້ນພະຍາດອັກເສບປອດ ສາຍພັນໃໝ່ ໂຄວິດ-19, ທ່ານກ່າວວ່າ: ລາວຫວຽດນາມ ເປັນປະເທດທີ່ມີຊາຍແດນຕິດຈອດກັນແຕ່ເໜືອຮອດໃຕ້, ໂອກາດທີ່ພະຍາດແຜ່ລະບາດລະຫວ່າງປະເທດແມ່່ນມີຄວາມສ່ຽງສູງ, ສະນັ້ນ ທັງສອງປະເທດ ເວົ້າລວມເວົ້າສະເພາະ ສອງກອງທັບລາວ -ຫວຽດນາມ ຕ້ອງເພີ່ມທະວີປະສານງານ ແລະ ແລກປ່ຽນປະສົບການ ໃນກການສະກັດກັ້ນ. ສະຫາຍ ພົນຈັດຕະວາ ຫງຽນຮຸງຖັງ ຮອງຫົວໜ້າພະລາທິການກອງ ໄດ້ໃຫ້ທິດຊິນໍາວິທີປ້ອງກັນ ແລະ ກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ -19, ໂດຍສະຫາຍ ໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຕ້ອງເຂັ້ມງວດ ແລະ ປະຕິບັດຕາມມາດຕະການຂອງຂັ້ນເທິງ ກໍ່ຄືຄະນະສະເພາະກິດຂອງກະຊວງສາທາລະນະສຸກ ກ່ຽວກັນການສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ - 19, ພິເສດແມ່ນການເຂົ້າ-ອອກປະເທດ, ຕ້ອງເພີ່ມທະວີໃກ້ສິດຕິດແທດກັບຄົນລາວ ທີ່ມາຈາກຕ່າງປະເທດຢາງສົມເຫດສົມຜົນ, ເພື່ອສະກັດກັ້ນການນໍາເຊື້ອພະຍາດມາຈາກຕ່າງປະເທດ. ພາຍຫຼັງ ທີມງານຜູ້ຊ່ຽວຊານ ສສ ຫວຽດນາມ ເຂົ້າພົບປະກັບຄະນະສະເພາະກິດກະຊວງປ້ອງກັນປະເທດແລ້ວ, ພວກເຂົາຍັງຈະສືບຕໍ່ຊິນໍາຕົວຈິງ ຢູ່ບັນດາກໍາທ້ອງຖີ່ນທາງພາກກາງ, ພາກໃຕ້ ແລະ ບັນດາກອງພົນຕ່າງໆ ພ້ອມມອບເຄຶ່ອງອຸປະກອນການແພດຈໍານວນໜຶ່ງ ໃຫ້ແຕ່ລະເຂດເພື່ອກຽມພ້ອມຮັບມືກັບການລະບາດຂອງພະຍາດ ໂຄວິດ -19. ໂດຍ ຄໍາບົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ