ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ລົງເຄື່ອນໄຫວຊີ້ນຳວຽກງານປ້ອງກັນພະຍາດໂຄວິດ 19
ເວລາອອກຂ່າວ: 2020-04-10 11:17:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 675 | ຄວາມນິຍົມ: ![]()
ວັນທີ 9 ເມສາ 2020 ນີ້, ສະຫາຍ ພັນເອກ ຄໍາຍີນ ແສງສຸລີ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງອຸດົມໄຊ ເຄື່ອນໄຫວຊີ້ນຳວຽກງານປ້ອງກັນພະຍາດໂຄວິດ 19 ຢູ່ ກອງພັນນ້ອຍ 414 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາກົມກອງ, ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ສີພັນ ໄຊຍະແສງ ຫົວໜ້າພະແນກເສນາຮັກ ກອງບັນຊາການ ທະຫານແຂວງອຸດົມໄຊ ໄດ້ແນະນຳ ກ່ຽວກັບວຽກງານການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ຕ້ານພະຍາດອັກເສບປອດສາຍພັນໃໝ ຫຼື ເອີ້ນວ່າໂຄວິດ-19 ໃຫ້ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງພ້ອມກັນຍົກສູງຄວາມເປັນເຈົ້າການເອົາໃຈໃສ່ຕໍ່ບັນດາມາດຕະການ ແລະ ວິທີປ້ອງກັນຕ່າງໆ, ເພື່ອໂຄສະນາເຜີຍແຜ່ກ່າວເຕືອນໃຫ້ພະນັກງານ-ນັກຮົບ, ຕະະຫຼອດຮອດພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງ ຂອບເຂດຮັບຜິດຊອບຂອງຕົນ ໃຫ້ພ້ອມກັນປະຕິບັດຕາມຄຳສັງຂອງນາຍຍົກລັດຖະມົນຕີ ແລະ ມາດຕະການ ວິທີປ້ອງກັນພະຍາດໂຄວິດໃຫ້ເຂັ້ມງວດ, ເພື່ອຮັບປະກັນບໍ່ໃຫ້ມີຜູ້ຕິດເຊື້ອພະຍາດ. ໃນໂອກາດດັ່ງກ່າວນີ້ ສະຫາຍ ຫົວໜ້າການເມືອງ ຍັງໄດ້ນໍາເອົາວັດຖຸປັດໃຈຈຳນວນໜືງລວມມີ: ປ໋ອງປາ , ນໍ້າດື່ມ , ເຈວລ້າງມື້ຂາເຊື້ອໂຄວິດ 1 ແກັດ, ອຸປະກອນວັັດແທກອຸ່ນຫະພູມ 2 ເຄື່ອງ ແລະ ເງິນສົດຈຳນວນ 10 ລ້ານກີບ. ລວມມູນຄ່າທັງໝົດ 15.472.000 ກີບ. ມອບໃຫ້ກອງພັນນ້ອຍ 414 ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















