ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ມອບອຸປະກອນປ້ອງກັນພະຍາດໂຄວິດ 19 ໃຫ້ແກ່ກະຊວງປ້ອງກັນປະເທດມູນຄ່າ 25 ລ້ານກີບ.
ເວລາອອກຂ່າວ: 2020-04-10 14:08:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ: ![]()
ຄະນະຜູ້ບໍລິຫານແລະພະນັກງານຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດໄດ້ນໍາເອົາ ອຸປະກອນການແພດປະກອບດ້ວຍ ເຄື່ອງວັດອຸນຫະພູມ,ຜ້າອັດປາກ,ເຈວລ້າງມື, ສະເປຂ້າເຊື້ອ ແລະ ຖົງມືລວມມູນຄ່າທັງໝົດ 25 ລ້ານກີບ,ມາມອບໃຫ້ແກ່ກະຊວງປ້ອງກັນປະເທດ
ໂອກາດນີ້ ທ່ານ ນາງ ສີລິວັນ ປັດທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ໄດ້ກ່າວວ່າໂດຍເຫັນໄດ້ຄວາມອັນຕະລາຍຮ້າຍແຮງຂອງພະຍາດໂຄວິດ 19 ທີ່ກຳລັງລະບາດຢູ່ໃນປັດຈຸບັນນີ້ ແລະ ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງພະນັກງານນັກຮົບໃນກຳລັງປະກອບອາວຸດ,ໂດຍສະເພາະແມ່ນຜູ້ທີກຳລັງປະຈັນບານປະຕິບັດໜ້າທີ່ຕົວຈີງກ່ຽວກັບການຕ້ານພະຍາດດັ່ງກ່າວ,ສະນັ້ນບໍລິສັດຈີ່ງຂໍເປັນສ່ວນໜື່ງແລະຈີງໃຈປະກອບສ່ວນເຄື່ອງປ້ອງກັນເພື່ອຊ່ວຍເຫືລອຕາມຄວາມສາມາດຕົວຈີງໃຫ້ແກ່ພະນັກງານ-ນັກຮົບ.
ໂອກາດດຽວກັນ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫ້ລາ ຮອງຫົວໜ້າຫອ້ງວ່າການກະຊວງປ້ອງກັນປະເທດໄດ້ຕາງໜ້າໃຫ້ແກ່ຄະນະນຳ ກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກຮົບທັງໝົດສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຕໍ່ຄະນະຜູ້ບໍລິຫານຂອງບໍລິສັດ ວັງຕັດຂຸດຄົ້ນ ບໍ່ແຮ່ຈໍາກັດທີ່ໄດ້ນຳເອົາເຄື່ອງມືອັນຈຳເປັນໃນການປ້ອງກັນພະຍາດໂຄວິດ 19 ມາມອບໃຫ້ແກ່ກະຊວງປ້ອງກັນປະເທດໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນຳໄປແຈກຢາຍໃຫ້ແກ່ ອ້າຍ-ນ້ອງພະນັກງານ-ນັກຮົບທີ່ກຳລັງປະຕິບັດໜ້າທີ່ຢ່າງທົ່ວເຖີງ
ພິທີມອບຮັບໄດ້ຈັດຂື້ນໃນວັນທີ 10 ເມສາ 2020 ນີ້ຢູ່ທີ່ກະຊວງ ປ້ອງກັນປະເທດ,ໂດຍການກ່າວມອບຂອງທ່ານ ນາງ ສີລິວັນ ປັດທໍາມະວົງ ຮອງຜູ້ອຳນວຍການ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ແລະ ກ່າວຮັບຂອງສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫລ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ,ໂດຍຊ່ອງໜ້າພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍຮ່ວມເປັນສັກຂີພະຍານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















