ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ບໍລິສັດ ຊັນ ພາວເວີ ໂຮນດິງ ຈໍາກັດ ມອບອຸປະກອນການແພດ ໃຫ້ກະຊວງປ້ອງກັນປະເທດ ເພື່ອຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ -19.
ເວລາອອກຂ່າວ: 2020-04-10 14:09:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 634 | ຄວາມນິຍົມ:



ບໍລິສັດ ຊັນ ພາວເວີ ໂຮນດິງ ຈໍາກັດ ໄດ້ນໍາເອົາອຸປະກອນການແພດທີ່ຈໍາເປັນ ປະກອບມີ: ສະເປລ້າງມື (ຂະໜາດນ້ອຍ) 336 ຂວດ, (ຂະໜາດກາງ 72 ຂວດ, ຊຸດ ພີທີອີ (ຊຸດປ້ອງກັນແພດ) 290 ຊຸດ, ຢາລ້າງມື 240 ຂວດ, ແຜອັດປາກ 110 ກັບ, ລວມມູນຄ່າ 180 ລ້ານກວ່າກີບ. ມາມອບໃຫ້ກະຊວງປ້ອງກັນປະເທດ, ໃນວັນທີ 10 ເມສາ 2020, ຢູ່ທີ່ ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ເພື່ອເປັນສ່ວນໜຶ່ງໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ -19, ຕາງໜ້າ ມອບໂດຍທ່ານ ສຸວັນ ແກ້ວສະຫວ່າງ ປະທານ ບໍລິສັດ ຊັນ ພາວເວີ ໂຮນດິງ ຈໍາກັດ ແລະ ຕາງໜ້າກະຊວງປ້ອງກັນປະເທດກ່າວຮັບໂດຍ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມທັງມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ທ່ານ ສຸວັນ ແກ້ວສະຫວ່າງ ກ່າວວ່າ: ນັບແຕ່ພະຍາດໂຄວິດ -19 ມາແຜ່ລະບາດຢູ່ ສປປ ລາວ ຂອງພວກເຮົາ ບໍລິສັດ ຊັນ ພາວເວີ ໂຮນດິງ ຈໍາກັດ ກໍມີຄວາມເປັນຫ່ວງເປັນໃຍປະຊາຊົນລາວທຸກທົ່ວໜ້າ, ສະນັ້ນ ບໍລິສັດພວກເຮົາຈຶ່ງໄດ້ຫາວິທີທາງຊ່ວຍເຫຼືອ ແລະ ຮີບໂຮມໄດ້ອຸປະກອນການແພດທີ່ຈໍາເປັນຈໍານວນໜຶ່ງມາມອບໃຫ້ກອງທັບປະຊາຊົນລາວ, ແລະຫວັງວ່າ ເຖິງເຄື່ອງທີ່ພວກເຮົາຊ່ວຍເຫຼືອເປັນຈໍານວນບໍ່ຫຼາຍ ແຕ່ພວກເຮົາກໍຄິດວ່າຈະເປັການຊ່ວຍຕ້ານພະຍາດໂຄວິດ -19 ໄດ້ບໍ່ຫຼາຍກໍໜ້ອຍ ແລະ ຂໍໃຫ້ ປະເທດລາວເຮົາຜ່ານພົ້ນວິກິດນີ້ໄປດ້ວຍດີ. ໂອກາດນີ້ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບໍລິສັດ ຊັນ ພາວເວີ ໂຮນດິງ ຈໍາກັດ ທີ່ໄດ້ມອບອຸປະກອນການແພດທີ່ຈຳເປັນມາມອບໃຫ້ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19, ພ້ອມທັງໃຫ້ສັນຍາວ່າ ຈະນໍາເອົາອຸປະກອນດັ່ງກ່າວນີ້ ໄປນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນສູງສຸດ. ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ