ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ຄະນະແພດຊ່ຽວຊານ ສສ ຫວຽດນາມ ເຝິກອົບຮົມໃຫ້ແກ່ນັກສໍາມະນາກອນແພດກອງທັບ
ເວລາອອກຂ່າວ: 2020-04-12 16:05:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 673 | ຄວາມນິຍົມ:



ຄະນະທິມແພດຊ່ຽວຊານ ສສ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຫງວຽນຮຸງຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ສສ ຫວຽດນາມພ້ອມດ້ວຍຄະນະ, ໄດ້ຈັດຕັ້ງເຜີຍແຜ່ ແລະ ເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບ ເຂດພາກກາງ ເຊີ່ງໄດ້ຈັດຂຶ້ນໃນວັນທີ 12 ເມສານີ້, ຢູ່ທີ່ກອງບັນຊາການທະຫານແຂວງສະຫວັນນະເຂດ ເປັນກຽດເຂົ້າຮ່ວມຂອງ ສະຫາຍພົນຈັດຕະວາ ວົງສັກ ພັນທະວົງ ຮອງຫົວຫນ້າກົມໃຫຍ່ພາລະທິການກອງທັບ, ຄະນະສະເພາະກິດເພື່ອປ້ອງກັນຄວມຄຸມ ແກ້ໄຂການລະບາດເຊື້ອພະຍາດໂຄວິດ-19, ມີສະຫາຍພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ມີບັນດານັກສໍາມະນາກອນແພດໝໍພະນັກງານທີ່ກ່ຽວຂ້ອງມາຈາກ ກອງບັນຊາການທະຫານແຂວງບໍລິຄຳໄຊ, ກອງບັນຊາການທະຫານແຂວງຄຳມ່ວນ, ກອງບັນຊາການທະຫານແຂວງສະຫວັນນະເຂດ, ໂຮງໝໍບໍລິເວນ109,ໂຮງໝໍທະຫານແຂວງ, ກອງພົນທະຫານຮາບທີ 4 ແລະ ກົມກອງອອ້ມຂ້າງເຂົ້າຮ່ວມ. ທັງນີ້ກໍເພື່ອຍົກສູງຄວາມອາດສາມາດວາງແຜນຮັບມືກັບການລະບາດພະຍາດໂຄວິດ-19 ສາມາດຈໍາແຈກໄດ້ເລື່ອງການຊືມເຊື້ອວິທະຍາ, ຊ່ຽວຊານມໍລະສຸມ, ຊ່ຽວຊານລະບາດວິທະຍາວິເຄາະການເເພດ ທີ່ຈະໃຫ້ຄວາມຮູ້ ແລະ ກໍາໄດ້ວິທີປ້ອງກັນ, ການຕິດຕາມຄົນທີ່ມາຈາກຕ່າງປະເທດເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ລວມໄປເຖິງການຄຸ້ມຄອງກໍລະນີຜູ້ສົງໄສ ແລະ ການປິ່ນປົວຄົນເຈັບທີ່ເປັນພະຍາດ ໂຄວິດ-19 ໃນເບື້ອງຕົ້ນ. ນອກນັ້ນ,ຄະນະທີມແພດຊ່ຽວຊານ ສສ ຫວຽດນາມຍັງໄດ້ນຳເອົາເຄື່ອງມື ແລະ ອຸປະກອນການແພດ ຈໍານວນໜຶ່ງມາໃຫ້ມອບໃຫ້ ກອງບັນຊາການທະຫານແຂວງສະຫວັນນະເຂດ, ກອງບັນຊາການທະຫານແຂວງຄຳມ່ວນ ແລະ ກອງບັນຊາການທະຫານແຂວງບໍລິຄຳໄຊ. ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ