ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ການນຳແຂວງຄຳມ່ວນ ພິທີຈັດສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກັບຄືນປະເທດ
ເວລາອອກຂ່າວ: 2020-04-13 16:34:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 718 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 11 ເມສາ 2020 ນີ້, ການນຳແຂວງຄຳມ່ວນ ເຊິ່ງນຳໂດຍ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຄຳມ່ວນ, ຫົວໜ້ຄະນະ ປະຕິບັດງານພິເສດຂັ້ນແຂວງ, ພ້ອມດ້ວຍ ພະນັກງານຫລັກແຫລ່ງ ກອງບັນຊາການທະຫານແຂວງຄຳມ່ວນ, ປກສ ແຂວງ, ພະແນກການທີ່ກ່ຽວຂ້ອງ, ພະນັກງານ - ນັກຮົບ ກອງປະຕິບັດງານພິເສດ 589 ສສ ຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມພິທີໄຫ້ວອາໄລ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ, ເວົ້າສະເພາະ ຢູ່ພື້ນທີ່ແຂວງຄຳມ່ວນ, ເຊິ່ງການປະຕິບັດການຂຸດຄົ້ນຊອກຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີເສຍສະ ຫຼະຊີວິດໃນປາງສົງຄາມ ຢູ່ແຂວງຄຳມ່ວນ ໃນລະດູແລ້ງ ສົກປີ 2019 -2020, ສາມາດຊອກຂຸດຄົ້ນໄດ້ 26 ອັດຖິ,ເພື່ອນໍາສົ່ງກັບຄືນເມືອປະເທດຫວຽດນາມ, ໂດຍ ໄດ້ຈັດພິທີທາງສາສະໜາ ແລະ ໄຫ້ວອາໄລ ໄດ້ຈັດຂຶ້ນທີ່ເຮືອນພັກຂອງກອງປະຕິບັດງານພິເສດ 589 ຢູ່ບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄຳມ່ວນ. ໃນໂອກາດ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຄຳມ່ວນຫົວໜ້າຄະນະປະຕິບັດງານພິເສດ ຂັ້ນແຂວງຄຳມ່ວນ ໄດ້ກ່າວບົດສະດຸດີໄວ້ອາໄລ ແລະ ລະນຶກເຖິງດວງວິນຍານ ແລະ ຄຸນງາມຄວາມດີ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ. ໂດຍ: ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ