ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຈໍາກັດ ມອບອຸປະກອນການແພດໃຫ້ຄະນະສະເພາະກິດແຂວງວຽງຈັນ.
ເວລາອອກຂ່າວ: 2020-04-15 15:09:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 765 | ຄວາມນິຍົມ:



ໃນວັນທີ 14 ເມສາ 2020 ນີ້ທ່ານ ສົມບຸນ ເນຕິບັນດິດ ປະທານບໍລິສັດ ທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຈໍາກັດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະກອນການແພດມາມອບໃຫ້ຄະນະສະເພາະກິດແຂວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19. ມີຄະນະສະເພາະກິດທະຫານແຂວງ, ປກສ ແຂວງ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ເຄື່ອງອຸປະກອນທີ່ນໍາມາມອບໃຫ້ຄັ້ງນີ້ລວມມີ ຜ້າອັດປາກ-ດັງ ຈຳ ນວນ 250 ກັບ, ເຄື່ອງວັດແທກອຸນຫະພູມ 4 ອັນ, ເຈວລ້າງມື 20 ອັນ ແລະ ເຄື່ອງອຸປະ ໂພກ, ບໍລິໂພກຈໍານວນໜຶ່ງ ລວມມູນຄ່າ 32,000,000 ກີບ ເຊິ່ງກ່າວຮັບໂດຍ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ. ໂອກາດດັ່ງ ກ່າວສະຫາຍ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານ ທີ່ໄດ້ສະຫຼະວັດຖຸອັນມີຄຸນຄ່າ ມາມອບໃຫ້ໃນຄັ້ງນີ້ ເຖີງວ່າຈະເປັນວັດຖຸສີ່ງຂອງພຽງເລັກໆນ້ອຍຂອງທ່ານ ແຕ່ວ່າມີຄວາມໜາຍຄວາມສຳຄັນ ຕໍ່ການພົວພັນຮ່ວມມືລະຫວ່າງສອງອົງການຈັດຕັ້ງກໍຄື ກອງທັບ ກັບ ປະຊາ ຊົນ ເຊິ່ງຍາມໃດກໍໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອເຊີ່ງກັນ ແລະ ກັນຕະຫຼອດມາ ພ້ອມທັງອວຍພອນໃຫ້ແກ່ບັນດາທ່ານ ບັນດາສະຫາຍ ຕະຫຼອດຮອດພະນັກງານ ວິຊາການຂອງບໍລິສັດຈົ່ງມີສຸຂະ ພາບແຂງແຮງ ມີຄວາມສຸກ ຄວາມຈະເລີນໃນໜ້າທີ່ການງານດຳເນີນທຸລະກິດໃຫ້ມີຜົນກຳໄລງອກງາມຂື້ນໄປເລື້ອຍໆ ແລະ ຈະນຳເອົາເຄື່ອງດັ່ງກ່າວໄປມອບໃຫ້ຄະນະສະເພາະກິດ ທະຫານແຂວງ, ປກສ ແຂວງ, ບັນດາຄະນະສະເພາະກິດຂັ້ນເມືອງ, ພະແນກການ ເພື່ອນໍາໄປແຈກຢາຍໃຫ້ບັນດາກົມກອງ, ໄດ້ຊົມໃຊ້ ຢ່າງທົ່ວເຖິງ. ໃນພິທີດັ່ງກ່າວ ທ່ານ ເຈົ້າແຂວງໆ ວຽງຈັນ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແກ່ບໍລິສັດດັ່ງກ່າວອີກດ້ວຍ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ