ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກຕອ້ນຮັບການເຂົ້າ ແລະ ອວຍພອນຂອງບໍລິສັດມິດຕະພາບ 206 ກອງບັນຊາການທະຫານເຂດ5 ສສ ຫວຽດນາມ
ເວລາອອກຂ່າວ: 2020-04-15 15:16:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 850 | ຄວາມນິຍົມ: ![]()
ໃນຕອນເຊົ້າວັນທີ 14 ເມສາ 2020ນີ້, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ ນຳໂດຍ ສະຫາຍ ພັອ ແຫວນຄຳ ຈະເລີນວົງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ພອ້ມຄະນະໄດ້ຕອ້ນຮັບການເຂົ້າ ອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ຟາມແອ໋ງຕວັນ ຫົວໜ້າບໍລິສັດມິດຕະພາບ 206 ກອງບັນຊາການທະຫານເຂດ5 ສສ ຫວຽດນາມ ພອ້ມຄະນະ.
ສະຫາຍ ຟາມແອ໋ງຕວັນ ໄດ້ຕ່າງໜ້າໃຫ້ພະນັກງານບໍລິສັດກ່າວຄວາມຂອບໃຈມາຍັງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກທີ່ໄດ້ໃຫ້ການຕອ້ນຮັບຢ່າງອົບອຸ່ນ ແລະ ໄດ້ອວຍພອນໃຫ້ຄະນະພັກ-ຄະນະບັນຊາ ,ພະນັກງານ-ນັກຮົບທົ່ວກອງບັນຊາການຈົ່ງມີສຸຂະພາບເຂັ້ມແຂງສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວາ່ງ ສອງຊາດ ສອງກອງທັບ ເວົ້າລວມເວົ້າສະເພາະ ກໍຄືກອງບັນຊາການທະຫານແຂວງຈຳປາສັກກັບບໍລິສັດມິດຕະພາບ 206 ກອງບັນຊາການທະຫານເຂດ5 ສສ ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຍີ່ງໆຂື້ນໄປ.ຈາກນັ້ນ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບທົ່ວກອງບັນຊາການ ກ່າວຄວາມຂອບໃຈອັນສຸດຊື້ງມາຍັງ ສະຫາຍຫົວໜ້າບໍລິສັດມິດຕະພາບ 206 ພອ້ມຄະນະ ທີ່ໄດ້ເຂົ້າອວຍພອນປີໃໝ່ລາວ ພສ 2564 ແລະໄດ້ອວຍພອນໃຫ້ບັນດາສະຫາຍຢູ່ໃນບໍລິສັດດັ່ງກ່າວ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມ ກ້າວໜ້າໃນໜ້າທີ່ການງານ.
ຂ່າວ-ພາບ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














