ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ຮອງກົມໃຫ່ຍພະລາທິການ ລົງກວດກາຊີ້ນຳການຄັດກອງ ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍ ກອງພົນທີ 5
ເວລາອອກຂ່າວ: 2020-04-15 15:20:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 659 | ຄວາມນິຍົມ:



ໃນວັນທີ 13 ເມສາ 2020 ນີ້ ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ຮອງຫົວໜ້າກົມໃຫ່ຍພະລາທິການກອງທັບ , ສະຫາຍ ພົນຈັດຕະວາ ຫວຽນຮຸ່ງຖັງ ຮອງຫົວໜ້າກົມໃຫ່ຍພະລາທິການ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳການຄັດກອງ ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ກອງພົນທີ 5 ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ອຸດອນ ພົມມະໄຊ ຫົວໜ້າຫ້ອງພະລາທິການກອງພົນທີ 5 ພ້ອມດ້ວຍຄະນະພັກ - ຄະນະບັນຊາ ອຳນວຍການໂຮງໝໍ ກອງພົນທີ 5 ເຂົ້າຮ່ວມ. ໃນໂອກາດດັ່ງກ່າວສະຫາຍ ພັນໂທ ດຣ ຄຳໄມ ບົວໃບອອນ ອຳນວຍການໂຮງໝໍກອງພົນທີ 5ໄດ້ລາຍງານຜ່ານການຈັດຕັ້ງປະຕິບັດ ລົງເຄື່ອນໄຫວກວດກາ ຄັດກອງພະນັກງານ - ນັກຮົບ ທົ່ວກອງພົນທີ 5 ພ້ອມທັງແນະນຳພະນັກງານ ແພດ ໝໍ ຢູ່ບັນດາອົງການ ກົມກອງຮາກຖານ ເອົາໃຈໃສ່ຕິດຕາມກວດກາ ເຊັກສຸຂະພາບ ໃຫ້ນາຍ ແລະ ພົນທະຫານ ໃນແຕ່ລະວັນ ໃນນີ້ຢູ່ສະເພາະສຳນັກງານກອງພົນທີ 5 ແມ່ນໄດ້ຈັດຕັ້ງພະນັກງານຕັ້ງຈຸດຄັດກອງ ວັດອຸນຫະພູມ ແລະ ລ້າງມື ກອ່ນເຂົ້າ-ອອກ ສຳນັກງານກອງພົນທີ 5 ຢ່າງເຂັ້ມງວດ ໃນນີ້ຢູ່ພາຍໃນໂຮງໝໍກອງພົນກໍ່ຍັງມີການກະກຽມສະຖານທີ່ ຮັບປະກັນ ກໍລະນີມີຜູ້ສົງໃສ ເພື່ອກັກໂຕຕິດຕາມອາການຢ່າງໃກ້ຊິດ ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ວົງສັກ ພັນທະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ - ຄະນະບັນຊາກອງພົນທີ5 ກໍ່ຄື: ຄະນະອຳນວຍການ ໂຮງໝໍກອງພົນທີ 5 ທີ່ໄດ້ເອົາໃຈໃສ່ປະຕິບັດຕາມການແຈ້ງການຂອງຂັ້ນເທີງຢ່າງເຂັ້ມງວດ. ພ້ອມທັງຮຽກຮ້ອງໃຫ້ຄະນະອຳນວຍການໂຮງໝໍກອງພົນ ຈົ່ງເອົາໃຈສຶກສາອົບຮົມ ເຜີຍແຜ່ຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ໃຫ້ພະນັກງານ - ແພດໝໍ, ພະນັກງານແພດຢູ່ບັນດາກົມກອງຮາກຖານ ຈົ່ງມີສະຕິກຽມພ້ອມໃຫ້ສູງ ເອົາໃຈໃສ່ຕິດຕາມກວດ ເຊັກສຸຂະພາບ ໃຫ້ນາຍ ແລະ ພົນທະຫານ ໃຫ້ເປັນປົກກະຕິ ເພື່ອຕ້ານ ແລະ ກັນການແຜ່ລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ເກີດມີໃນກົມກອງ. ຈາກນັ້ນກໍ່ຍັງໄດ້ລົງກວດກາເບີ່ງສະຖານທີ່ບ່ອນກັກໂຕຂອງໂຮງໝໍຕື່ມອິກ. ຂ່າວ:ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ