ບໍລິສັດມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ ອວຍພອນຄະນະນຳກອງພົນທີ 5
ເວລາອອກຂ່າວ: 2020-04-17 16:05:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 658 | ຄວາມນິຍົມ: ![]()
ໃນວັນທີ 14 ເມສາ 2020 ນີ້, ສະຫາຍ ພັນເອກ ເລວັນທືກ ຫົວໜ້າການເມືອງ ບໍລິສັດມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເຂົ້າອວຍພອນ ຄະນະນຳກອງພົນທີ 5 ໂດຍມີ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວໜ້າການທະຫານກອງພົນທີ 5 ພ້ອມດ້ວຍຄະນະພັກ - ຄະນະບັນຊາອົງການ 5 ຫ້ອງ ພະນັກງານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ເລວັນທືກ ຫົວໜ້າການເມືອງ ບໍລິສັດ ມິຕະພາບ 206 ກອງທັບ ປະຊາຊົນຫວຽດນາມກໍໄດ້ສະແດງ ຢື້ຢາມຖາມຂ່າວ ຄວາມສຸກທຸກຂອງນາຍ ແລະ ພົນທະຫານທົ່ວກອງພົນທີ 5 ທີ່ກຳລັງປະຕິບັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່່ການຈັດຕັ້ງຂັ້ນເທິງມອບໜາຍໃຫ້ ຈາກນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫວ່ງ ເປັນໄຍ ຕໍ່ກັບສຸຂະພາບຂອງນາຍ ແລະ ພົນທະຫານ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ -19 ທີ່ກຳລັງເປັນໄຟຄຸກຄາມໃຫ້ແກ່ບັນດາຫຼາຍປະເທດໃນໂລກ. ຈາກນັ້ນສະຫາຍກໍຍັງໄດ້ຖືໂອກາດດັ່ງກ່າວອວຍພອນແດ່ຄະນະພັກ - ຄະນະບັນຊາ, ນາຍ ແລະ ພົນທະຫານທົ່ວກອງພົນທີ 5 ເນື່ອງໃນໂອກາດບຸນປີໃໝ່ລາວ ຈົ່ງມີສຸຂະພາບແຂງແຮງ,_ ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໜາຍໃຫ້, ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືກັນລະຫວ່າງສອງຊາດສອງພັກ ສອງກອງທັບ ເວົ້າລວມເວົ້າສະເພາະກໍຄືບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນລາວ ໃຫ້ໜັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ໂອກາດດັ່ງກ່າວ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມກໍຍັງໄດ້ສົ່ງ ຈົດໜາຍອວຍພອນຕໍ່ຄະນະນຳ, ນາຍ ແລະ ພົນທະຫານກອງພົນທີ 5 ເນື່ອງໃນໂອກາດປີໃໝ່ລາວອີກດ້ວຍ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວໜ້າການທະຫານ ກອງພົນທີ 5 ກໍໄດ້ຕ່າງໃຫ້ຄະນະພັກ - ຄະນະບັນຊາກອງພົນທີ 5 ສະແດງຄວາມຂອບໃຈ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ລະຫວ່າງບໍລິສັດມິດຕະພາບ206 ເຂດ 5 ກອງທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນລາວ ເຊີ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານ ທີ່ທັງສອງຝ່າຍໄດ້ພ້ອມກັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ຈາກນັ້ນກໍຍັງໄດ້ອວຍພອນໃຫ້ສາຍພົວພັນຮ່ວມມື ອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມໃຫ້ໜັ້ນຄົງທະນົງແກ່ນ ສືບຕໍ່ມູນເຊື້ອຄວາມສາມັກຄີ ລະຫວ່າງສອງຊາດລາວ-ຫວຽດນາມ , ຫວຽດນາມ-ລາວເວົ້າລວມເວົ້າສະເພາະກໍຄືກອງພົນທີ 5 ກອງທັບປະຊາຊົນລາວ ກັບ ບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມ ໃຫ້ໜັ້ນຄົງທະນົງແກ່ນນັບມື້ເພີ່ມພູນສ້າງຂຶ້ນໄປເລື່ອຍໆ.
ຂ່າວ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














