ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກອງບັນຊາການທະຫານແຂວງ ສາລະວັນ ຮັບເຄື່ອງອຸປະກອນຕ້ານໂຄວິດ - 19 ຈາກກອງບັນຊາການທະຫານ ນະຄອນດາໜັງ ແຫ່ງ ສສ ຫວຽດນາມ.
ເວລາອອກຂ່າວ: 2020-04-17 16:07:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379585044 | ຄວາມນິຍົມ:



ໃນວັນທີ 16 ເມສາ ນີ້, ກອງບັນຊາການທະຫານແຂວງ ສາລະວັນ ໄດ້ຮັບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດ ໂຄວິດ-19 ຈາກກອງບັນຊາການທະຫານ ນະຄອນດາໜັງ ແຫ່ງ ສສ ຫວຽດນາມ ເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນຢູ່ທີ່ ດ່ານສາກົນ ຕະອອ໋ກ ຂອງແຂວງ ເຊກອງ ແລະ ແຂວງ ກວາງນາມ. ເຄື່ອງທີ່ໄດ້ນຳມາມອບໃນຄັ້ງນີ້: ມີ 8 ລາຍການຄື ຜ້າປິດປາກ ( N 95 ) ຈໍານວນ 300 ອັນ,ຜ້າອະນາໄມປິດປາກແພດ - ໝໍ 800 ອັນ,ຊຸດຫົ່ມປ້ອງກັນເຊື້ອພະຍາດໂຄວິດ 20 ຊຸດ,ນໍ້າຢາລ້າງມື 50 ຂວດ,ຈັກສີດຢາຂ້າເຊື້ອພະຍາດ 5 ເຄື່ອງ,ຄໍຣີນ ( Clorin ) 200 kg ແລະ ເຄື່ອງວັດແທກອຸນຫະພູມ 20 ເຄື່ອງ,ໂດຍເປັນກຽດກ່າວມອບໂດຍສະຫາຍ ພັນເອກ ເລວັນຈິນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນດາໜັງ ກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບຂອງສະຫາຍ ພັນໂທ ວິໄລ ພີມມະວົງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງ ສາລະວັນ, ພ້ອມທັງກ່າວສະແດງຄວາມຂອບໃຈນຳ ສະຫາຍ ພັນເອກ ເລວັນຈິນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນດາໜັງ ທີ່ໄດ້ນໍາເອົາວັດຖຸ ອຸປະກອນການແພດ ມາມອບໃຫ້ ກອງບັນຊາການທະຫານແຂວງ ສາລະວັນ ໃນຄັ້ງນີ້ ເຊິ່ງສະແດງໃຫ້ດຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ບົນພື້ນຖານເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ທີ່ຫາໄດ້ຍາກໃນໂລກ. ໃຫ້ເພີ່ມພູນຄູນສ້າງ ງອກງາມຍີ່ງໆຂື້ນ, ພ້ອມນີ້ ສະຫາຍ ພັນໂທ ວິໄລ ພີມມະວົງ ກໍໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງອຸປະກອນການແພດ ຈຳນວນດັ່ງກ່າວ ໄປແຈກຢາຍໃຫ້ບັນດາພະນັກງານ - ນັກຮົບໃນທົ່ວກົມກອງ ໃຫ້ທົ່ວເຖີງ ແລະ ນຳໃຊ້ເຂົ້າໃນການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ໄດ້ຮັບໝາກຜົນສູງ. ພາບ:ຂໍ້ມູນ ຮທ ຖາວອນ ສຸວັນນະພີມ,ຂຽນໂດຍ: ຂາວທອງ ໄຊຍະທິລາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ