ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ທະຫານແຂວງໄຊຍະຍະບູລີ ມອບເຄື່ອງບໍລິໂພກໃຫ້ບັນດາຈຸດກວດກາປ້ອງກັນພະຍາດ COVlD-19
ເວລາອອກຂ່າວ: 2020-04-18 16:15:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 713 | ຄວາມນິຍົມ:



ໃນວັນທີ 15 ເມສາ 2020 ນີ້ ກອງບັນຊາການທະຫານແຂວງໄຊຍະບູລີ ເຊິ່ງນໍາໂດຍສະຫາຍ ພັນເອກ ກູດ ພົມມາ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ນໍາເອົານໍ້າດື່ມ, ປາກະປ໋ອງ ແລະ ໝີ່ສຳເລັດຮູບ ມາມອບໃຫ້ເຈົ້າໜ້າທີ່ ທີ່ປະຕິ ບັດໜ້າທີ່ປະຈຳການແຕ່ລະຈຸດໃນເມືອງໄຊຍະບູລີ ເພື່ອປ້ອງກັນ-ຕ້ານ ແລະ ສະກັດກັ້ນການແຜ່ລະ ບາດເຊື້ອຈຸລະໂລກພະຍາດອັກເສດປອດສາຍພັນໃໝ່ COVlD 19 ທີ່ພວມແຜ່ລະບາດຢູ່ໃນທົ່ວໂລກກໍ່ຄືຢູ່ປະເທດລາວຂອງພວກເຮົາ ໂດຍສະເພາະແມ່ນອ້າຍນ້ອງທະຫານ-ຕຳຫຼວດ ແຂວງໄຊຍະບູລີ ທີ່ໄດ້ປະຕິບັດໜ້າທີ່ຢູ່ແຕ່ລະຈຸດເພື່ອກວດກາຄົນເຂົ້າ-ອອກເມືອງ ໃຫ້ປະຕິບັດຕາມຄໍາສັ່ງແນະນໍາຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ຄືຄຳສັ່ງແນະນໍາຂອງເຈົ້າແຂວງ ແລະ ເຈົ້າເມືອງໄຊຍະບູລີ ໃຫ້ເຂັ້ມງວດນັ້ນ ເພື່ອບໍ່ໃຫ້ພະຍາດດັ່ງກ່າວມາແຜ່ລະບາດໃນເມືອງໄຊຍະບູລີ ໂອກາດນີ້ ສະຫາຍພັນເອກ ກູດ ພົມມາ ຍັງໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ຕາມຈຸດຕ່າງໆ ໃຫ້ເອົາໃຈໃສ່ເຮັດໜ້າທີ່ກວດກາຄົນເຂົ້າ-ອອກຢ່າງເຂັ້ມງວດ ກວດກາການຊຸມແຊວຕາມບ້ານ, ເນັ້ນໜັກໃຫ້ທັງສອງກຳລັງຍົກສູງຄວາມສາມັກຄີໃຫ້ແໜ້ນແຟ້ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບໝາກຜົນສູງ. ນັກຂ່າວ ທະຫານແຂວງ ໄຊຍະບູລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ