ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ສອງພາກສ່ວນ ກອງທັບປະຊາຊົນຫວຽດນາມ ມອບເຄື່ອງອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2020-04-18 16:17:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 683 | ຄວາມນິຍົມ:



ໃນວັນທີ 16 ເມສາ 2020 ນີ້, ກອງບັນຊາການທະຫານແຂວງກວາງງາຍ ແລະ ກອງບັນຊາການທະຫານແຂວງບິງດິ້ງ ໄດ້ນໍາເອົາເຄື່ອງອຸປະກອນການແພດ ມາມອບໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ແລະ ກອງບັນຊາການທະຫານແຂວງອັດຕະປື ເພື່ອນໍາໄຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດລາມໄປເປັນວົງກວ້າງໃນທົ່ວທຸກມຸມໂລກ ພິທີມອບ-ຮັບດັ່ງກ່າວ ຈັດຂື້ນຢູ່ທີ່ດ່ານຊາຍແດນພູເກືອແຂວງອັດຕະປື ໂດຍມີຄະນະພັກ-ຄະນະບັນຊາ ແຂວງກວາງງາຍ, ພ້ອມຄະນະກອງບັນຊາການທະຫານແຂວງອັດຕະປື, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈໍາປາສັກ ແລະ ຄະນະສະເພາະກິດເຂົ້າຮວ່ມ. ເຄື່ອງອຸປະກອນທີ່ນໍາມາມອບໃຫ້ໃນຄັ້ງນີ້ລວມມີ: ເຄື່ອງວັດແທກອຸນຫະພູມ 20 ອັນ, ຜ້າອັດປາກ-ດັງ 3.500 ອັນ, ຜ້າອັດປາກແພດຕ້ານເຊື້ອພະຍາດ 3000 ອັນ ,ຊົບມືທາງການແພດ 100 ກັບ,ເຈວລ້າງມືຂ້າເຊື້ອຊະນິດແຫ້ງ 500 ມລ/ຂວດ 300 ຂວດ,ເຄື່ອງສີດຂ້າເຊື້ອພະຍາດ 10 ອັນ, ຜ້າອັດປາກທາງການແພດ N95 200 ອັນ, ຊຸດເຄື່ອງນຸ່ງປ້ອງກັນເຊື້ອພະຍາດຂອງແພດໝໍ 300 ຊຸດ, ສານເຄມີ HI-CHLO 70 4 ຕຸກ. ເຊີ່ງໄດ້ຕາງໜ້າໃຫ້ທັງສອງກອງບັນຊາການກ່າວຮັບໂດຍ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື. ຂ່າວ-ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ