ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນທີ 19 ເມສາ ປີ 2020
ເວລາອອກຂ່າວ: 2020-04-19 16:22:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:



ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ I. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 18 ເມສາ 2020 1. ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1,009 ຄົນ • ຜູ້ເດີນທາງ ຜ່ານດ່ານລາວ-ໄທ ທັງໝົດ 332 ຄົນ, ໃນນັັ້ນ ມີແຮງງານລາວທີ່ກັບ ມາແຕ່ໄທ 15 ຄົນຜ່ານດ່ານຊ່ອງເມັກ, ເຫຼືອນັ້ນແມ່ນ ພະນັກງານຂັບລົດບັນທຸກຂົນສິນຄ້າ • ຜູ້ເດີນທາງ ຜ່ານດ່ານລາວ-ຈີນ ທັງໝົດ 265 ຄົນ, ທັງໝົດ ແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ • ຜູ້ເດີນທາງ ຜ່ານດ່ານລາວ-ຫວຽດ ທັງໝົດ 412 ຄົນ, ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ • ຜູ້ເດີນທາງ ຜ່ານສະໜາມບິນ 00 ຄົນ • ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້, ສຳລັບແຮງງານລາວ ຈໍານວນ 15 ຄົນ ທີ່ເຂົ້າມາໃໝ່ຜ່ານດ່ານຊ່ອງເມັກ ແມ່ນຈາກ ແຂວງ ຈໍາປາສັກ 11 ຄົນ, ສາລະວັນ 03 ຄົນ ແລະ ສະຫວັນນະເຂດ 01 ຄົນ ຊຶ່ງໄດ້ສົ່ງໄປຈຳກັດບໍລິເວນ ຢູ່ສູນ ຂອງແຂວງຈົນຄົບກໍານົດ 14 ວັນ. 2. ການເຝົ້າລະວັງ ແລະ ວິເຄາະ • ໃນວັນທີ 18 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 15 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 01 ຄົນ, ກໍລະນີມີອາການສົງໄສ 14 ຄົນ (ໃນນີ້ມີແຮງງານລາວທີ່ກັບມາແຕ່ໄທ 0 ຄົນ). • ໃນຈຳນວນ 15 ຄົນ ທີ່ມາກວດນັ້ນ ມີ ນະຄອນຫຼວງວຽງຈັນ 11 ຄົນ ແລະ ຕ່າງແຂວງ 04 ຄົນ (ຫຼວງພະບາງ 01 ຄົນ, ໄຊສົມບູນ 01 ຄົນ, ອັດຕະປຶ 01 ຄົນ, ໄຊຍະບູລີ 01 ຄົນ). ຜົນກວດທັງໝົດ 15 ກໍລະນີ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 18 ເມສາ 2020 ບໍ່ມີກໍລະນີໃໝ່. • ນັບແຕ່ເດືອນມັງກອນ ຮອດ ວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,333 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (07 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ) • ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ - 18 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 291 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 22 ຄົນ ເຊິ່ງມີລາຍລະອຽດ ດັ່ງລຸມນີ້: - ນະຄອນຫຼວງວຽງຈັນ 21 ຄົນ (ໃນນັ້ນ 13 ຄົນ ແມ່ນຕິດຕາມຢູ່ໂຮງໝໍ 103, ຕິດ ຕາມຢູ່ເຮືອນ 08 ຄົນ, ໂດຍສະເຫຼ່ຍ ຍັງອີກ 07 ມື້ ຈຶ່ງຄົບກຳນົດຕິດຕາມ 14 ວັນ) - ແຂວງ ໄຊສົມບູນ 01 ຄົນ ຕິດຕາມຢູ່ ແຄ້ມພູຄຳ ແລະ ຄົບກຳນົດໃນການຕິດຕາມ ມື້ນີ້. 3. ສຳລັບ ການຕິດຕາມ ສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິເວນ ຢູ່ເຮືອນ ໃນທົ່ວປະເທດ • ມາຮອດວັນທີ 18 ເມສາ 2020 ທົ່ວປະເທດ ຍັງມີ ສູນຈໍາກັດບໍລິເວນ ທັງໝົດ982 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 6,191 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 5,396 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ ມີທັງໝົດ 122 ຄົນ. ທັງໝົດບໍ່ພົບເຊື້ອ. 4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ - ປະຈຸບັນຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ - ຈຳນວນ 03 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ. - ຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ. 5. ຂໍ້ແນະນຳ ບັນດາທ່ານທີ່ນັບຖື ແລະ ຮັກແພງ, • ເຖິງວ່າ ສະພາບການຕິດເຊື້ອຢູ່ປະເທດຂອງເຮົາ ໄດ້ເວັ້ນໄລຍະຫ່າງມາໄດ້ 7 ວັນແລ້ວ ຜູ້ຕິດເຊື້ອປິ່ນປົວຢູ່ໂຮງໝໍ ກໍ່ໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ພວກເຮົາ ຈະບໍ່ໄດ້ລົດລະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງຜ່ານຊາຍແດນເຂົ້າມາໃໝ່ ເພື່ອມາກວດວິເຄາະ ຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ. • ພວກເຮົາໄດ້ສືກສາສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະບາດຢູ່ໃນທົ່ວໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 19 ເມສາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 210 (ປະເທດ/ເຂດ). - ມີກໍລະນີຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 2,325,335 (ໃໝ່ 76,472) - ເສຍຊິວິດ 160,448 (ໃໝ່ 6,303) - ປີ່ນປົວຫາຍດີ 595,514 ຄົນ (ໃໝ່ 48,771) - ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 27,482 ຄົນ ແລະ ເສຍຊີວິດ 1,778 ຄົນ ຕໍ່ມື້. - ອັດຕາຄວາມຮ້າຍແຮງເພີ້ມຂື້ນເປັນ 6.89% (ມື້ວານນີ້ 6.85%). • ສະເພາະປະເທດໃກ້ຄຽງມີບາງປະເທດໄດ້ກັບຄືນມາລະບາດໃໝ່ ເປັນຕົ້ນຢູ່ ສປ ຈີນ, ສິງກະໂປ, ອິນໂດເນເຊຍ, ຟິລິບປິນ ມີຜູ້ຕິດເຊື້ອເພີ່ມຂື້ນ ແລະ ເສຍຊິວິດ ແຕ່ລະວັນ. • ສະເພາະ ສ ປ ປ ລາວ ກໍ່ຍັງເຫັນວ່າ 07 ມື້ທີ່ບໍ່ມີຜູ້ຕິດເຊື້ອໃໝ່. ໃນຈໍານວນຜູ້ຕິດເຊື້ອ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 2 ຄົນ ຍັງເຫຼືອ 17 ຄົນທີ່ຈະໄດ້ສືບຕໍ່ຕິດຕາມປິ່ນປົວຢ່າງໃກ້ຊິດ. ສະພາບການລະບາດຄົງທີ່ຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການ ຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງ 06/ນຍ, ຍ້ອນມີການຊີ້ນໍາຈາກອໍານາດການປົກຄອງທຸກຂັ້ນ, ມີການສະໜັບສະໜູນຊ່ວຍເຫຼືອຈາກ ອົງການຈັດຕັ້ງສາກົນ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ຂໍສະແດງຄວາມຍ້ອງຍໍຊົມເຊີມມານະໂອກາດນີ້ດ້ວຍ. • ສະນັ້ນ, ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງໄປເລື່ອຍໆ ເຮັດໃຫ້ພວກເຮົາສາມາດກັບມາດຳລົງຊີວິດຕາມປົກກະຕິໄດ້. ໃນຕໍ່ໜ້ານີ້ ຈີ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ. • ບັນດາທ່ານໄດ້ຮັບຮູ້ຂໍ້ມູນຂ່າວສານສະພາບການລະບາດຂອງພະຍາດ ໂຄວິດ 19 ຢູ່ປະເທດເຮົາແລ້ວ. • ຂໍໃຫ້ບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງ ໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດ ໂຄວິດ 19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດເພື່ອຜ່ານວິກິດຂອງການລະບາດພະຍາດໂຄວິດ 19. ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານມີອາການຄ້າຍຄືໄຂ້ຫວັດ ຫຼື ອາການອື່ນໆຜິດປົກກະຕິ ຂໍໃຫ້ມາກວດນໍາແພດໝໍຢູ່ໂຮງໝໍ ບໍ່ໃຫ້ຢ້ານວ່າຈະມາຕິດເຊື້ອ ໂຄວິດ 19 ຢູ່ໂຮງໝໍ ເພາະວ່າ ແຕ່ລະໂຮງໝໍມີການຈັດສັນລະບົບ ຄັດແຍກຜູ້ສົງໃສເປັນພະຍາດ ໂຄວິດ 19 ແລະ ຜູ້ເຈັບເປັນທົ່ວໄປອອກຈາກກັນເປັນເຂດໜຶ່ງສະເພາະ. ຂໍຂອບໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ