ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ຄະນະສະເພາະກິດຕ້ານພະຍາດໂຄວິດກອງທັບປະຊາຊົນຫວຽດນາມເຂົ້າພົບປະແລກປ່ຽນບົດຮຽນດ້ານວິຊາການຢູ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບປະຊາຊົນລາວ
ເວລາອອກຂ່າວ: 2020-04-20 14:00:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 705 | ຄວາມນິຍົມ:



ໃນຕົ້ນເດືອນ ເມສາ 2020 ນີ້ ທ່ານ ພົນຈັດຕະວາ ຫວຽນຮຸງຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມພ້ອມດ້ວຍຄະນະທີມງານສະເພາະກິດຕ້ານພະຍາດໄວຣັດອັກເສບປອດສາຍພັນໃໝ່ COVID 19 ,ເຊິ່ງຕິດຕາມໂດຍ ສະຫາຍ ພັນເອກ ຄໍາຜາຍ ຜັນສິລິ ຮອງຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບປະຊາຊົນລາວໄດ້ເຂົ້າພົບປະແລກປ່ຽນບົດຮຽນທາງດ້ານວິຊາການຢູ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ໂດຍມີສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນຕີ ຫົວໜ້າການທະຫານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ພ້ອມດ້ວຍຄະນະ. ການພົບປະກັນໃນຄັ້ງນີ້ພາຍຫຼັງທີ່ຄະນະຜູ້ແທນໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມຕໍ່ຝ່າຍລາວຊາບແລ້ວ ທາງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບປະຊາຊົນລາວໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງ,ພາລະບົດບາດຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນດ້ານບຸກຄະລາກອນ,ວິຊາການ, ພາຫະນະເຕັກນິກ,ເຄຶ່ອງມືອຸປະກອນການແພດຕ່າງໆເພຶ່ອປະຕິບັດການປ້ອງກັນ ແລະ ຕອບໂຕ້ກັບການແຜ່ລະບາດຂອງເຊຶ້ອພະຍາດໄວຣັດອັກເສບປອດສາຍພັນໃໝ່ໂຄວິດ- 19 ທີ່ມີທ່າອ່ຽງອາດຈະເກີດການລະບາດຂຶ້ນໃຫ້ຄະນະຜູ້ແທນຊາບ, ຈາກນັ້ນຝ່າຍຄະນະຜູ້ແທນໄດ້ສະເໜີແລກປ່ຽນບົດຮຽນທາງດ້ານວິຊາການວຽກງານສະເພາະກິດປ້ອງກັນ ແລະ ຕອບໂຕ້ກັບພະຍາດໂຄວິດ 19 ຂອງກອງທັບປະຊາຊົນຫວຽດນາມສູ່ຝ່າຍກອງທັບປະຊາຊົນລາວ, ເຊິ່ງຝ່າຍຫວຽດນາມໄດ້ຊີ້ນໍາເນັ້ນໜັກດ້ານການຍົກສູງສະຕິຄວາມຮັບຜິດຊອບດ້ານວິຊາການ, ສະເໜີຖອດຖອນບົດຮຽນປະສົບປະການທີ່ມີໝາກຜົນສໍາເລັດໃນການຈັດຕັ້ງນໍາພາປະຕິບັດການເຮັດວຽກຂອງຄະນະສະເພາະກິດຕ້ານພະຍາດໄວຣັດອັກເສບປອດສາຍພັນໃໝ່ ໂຄວິດ 19 ຂອງຫວຽດນາມໃນໄລຍະຜ່ານມາເພຶ່ອຖ່າຍຖອດໃຫ້ຄະນະສະເພາະກິດຂອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບປະຊາຊົນລາວໃນນາມທີ່ເປັນໜ່ວຍງານໜຶ່ງທີ່ໄດ້ຮັບການມອຍໝາຍຮັບຜິດຊອບເຄຶ່ອນໄຫວຽກງານຕອບໂຕ້ພະຍາດໂຄວິດ 19 ຂອງຝ່າຍກອງທັບປະຊາຊົນລາວເອົາໄປນໍາໃຊ້ໃຫ້ໄດ້ຮັບໝາກຜົນຕາມການມອບໝາຍ. ຂ່າວ-ພາບ: ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ