ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍປ້ອງກັນອາກາດ 61 ອັດຊຸດອົບຮົມໄລຍະທີ 2 ປະຈຳປີ 2018
ເວລາອອກຂ່າວ: 2018-12-06 09:25:23 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໃນທ້າຍເດືອນ ພະຈິກ 2018 ນີ້, ກອງຮ້ອຍປ້ອງກັນອາກາດ 61 ທີ່ຂຶ້ນກັບກອງພັນໃຫຍ່101 ໃນກອງພົນທີ 1 ໄດ້ຈັດພິທີອັດ ຊຸດອົບຮົມວຽກງານການເມືອງ, ການທະຫານ ແລະ ວິຊາສະ ເພາະໄລຍະທີ 2 ປະຈຳປີ 2018 ຂຶ້ນ ໂດຍການເປັນປະທານຂອງ ພັນໂທ ຄອນສະຫວັນ ແກ້ວຄຳ ພອນ ຫົວໜ້າພະເເນກເສນາທິ ການກອງພັນໃຫຍ່101. ມີພະ ນັກງານວິຊາການ, ຄູອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ພັນຕີ ເເສງຈັນ ບຸນຕະວັນ ຫົວໜ້າການທະຫານກອງຮ້ອຍ ປ້ອງກັນອາກາດ 61 ໄດ້ຂຶ້ນ ຜ່ານບົດສະຫຼຸບຂອງບັ້ນອົບຮົມ ໃນຄັ້ງນີ້ ເຊິ່ງໃຊ້ເວລາໃນການ ເຝິກເເອບຮໍ່າຮຽນທັງໝົດ 39 ວັນຮໍ່າຮຽນ 3 ພາກວິຊາໃຫຍ່ ຄື: ພາກການເມືອງ, ພາກການ ທະຫານ ແລະ ພາກວິຊາສະ ເພາະເຕັກນິກຜ່ານການຈັດຕັ້ງ ປະຕິບັດຕົວຈິງເຫັນວ່າ: ນັກເຝິກ ອົບຮົມເເຕ່ລະສະຫາຍເເມ່ນມີ ຄວາມຕັ້ງໃຈກໍາໄດ້ເນື້ອໃນບົດ ຮຽນເຊິ່ງມັນສະເເດງອອກໃນ ການສອບເສັງເເຕ່ລະພາກວິຊາ ສາມາດຄັດເລືອກໄດ້ນັກຮຽນດີ, ນັກຮຽນເກັ່ງຄື:ພາກການເມືອງ: ຂັ້ນເກັ່ງ 35 ສະຫາຍ, ກາງ 05 ສະຫາຍ ແລະ ຄາດໝາຍ 02 ສະຫາຍ; ພາກການທະຫານ: ເກັ່ງ 20 ສະຫາຍ , ກາງ: 20 ສະຫາຍ ແລະ ຄາດໝາຍ 02 ສະຫາຍ, ພາກວິຊາສະເພາະ ເຫຼົ່າຮົບປ້ອງກັນອາກາດ: ເກັ່ງ 25 ສະຫາຍ, ກາງ: 10 ສະຫາຍ ແລະ ຄາດໝາຍ 08 ສະຫາຍ. ສະເລ່ຍໃສ່ແຜນການທີ່ວາງໄວ້ ເເມ່ນບັນລຸໄດ້ 87,7%. ໂດຍ: ອົ້ນ ລໍພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ