ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ມອບເຄື່ອງອຸປະກອນການແພດໃຫ້ກອງພົນທີ 5
ເວລາອອກຂ່າວ: 2020-04-21 16:46:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 793 | ຄວາມນິຍົມ:



ໃນວັນທີ 16 ເມສາ 2020 ນີ້ຢູ່ດ່ານນາມຢາງ ແຂວງກວາງນາມປະເທດຫວຽນາມ , ດ່ານດັກຕະອອກ ແຂວງ ເຊກອງ ປະເທດລາວກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນການແພດໃຫ້ກອງພົນທີ 5 , ກອງບັນຊາການທະຫານແຂວງເຊກອງ , ແຂວງສາລະວັນ , ໂຮງຮຽນນາຍສີບເລກ 2 ວຽງໄຊ ກອງທັບປະຊາຊົນລາວເຂົ້າຮ່ວມໃນພິທີ ຝ່າຍຫວຽດນາມນຳໂດຍສະຫາຍ ພົນຈັດຕະວາ ເຈືອງທຽນໂຕ ຮອງການເມືອງ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມພ້ອມຄະນະ ແລະ ຝ່າຍລາວນຳໂດຍ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ກຳມະການຄະນະພັກ ຫົວໜ້າຫ້ອງເສນາທິການກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນຊາຈາກ 4 ກົມກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ເຈືອງທຽນໂຕ ໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ເປັນໄພຄຸກຄາມອັນຮ້າຍແຮງຕໍ່ບັນດາປະເທດໃນໂລກ ຈາກນັ້ນສະຫາຍຍັງໄດ້ຍົກໃຫ້ເຫັນການປີ່ນປົວ ປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ພາຍໃນປະເທດເຊີ່ງມີການຕິດຕາມ ກວດກາຢ່າງໃກ້ຊິດ ແລະ ເຂັ້ມງວດ ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວບໍ່ໃຫ້ມີການແຜ່ລະບາດຮ້າຍແຮງຢູ່ພາຍໃນປະເທດ. ພ້ອມທັງກ່າວວ່າ: ເພື່ອສືບຕໍ່ເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ຄວາມສາມັກຄີຮັກແພງກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ ສອງກອງທັບ ລາວ - ຫວຽດນາມ ຫວຽດນາມ-ລາວ ໃຫ້ຍືນຍົງຕະຫຼອດໄປ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ຈີ່ງໄດ້ນຳເອົາເຄື່ອງອຸປະກອນການແພດມາມອບໃຫ້ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ຕ້ານ ແລະ ກັນ ການແຜ່ລະບາດ ຂອງເຊື້ອພະບາດໂຄວິດ 19 ໃນນີ້ໄດ້ມອບໃຫ້ໃນຄັ້ງນີ້ ລວມມີ ຜ້າອັດປາກ-ດັງກັນພະຍາດ 300 ຊຸດ , ຜ້າອັດປາກ-ດັງ N95 ຈຳນວນ 300 ອັນ , ຜ້າອັດປາກ-ດັງການແພດ 20.000 ອັນ , ຖົງມືຢາງການແພດ 2.000 ຄູ່ , ທາດເຄມີ HI-CLO 70 ຈຳນວນ 630 Kg ,ທາດລະອາຍຂ້າເຊື້ອ ຈັກພົ່ນຢາ 3.000 ຕຸກ ,ຈັກຜົ່ນຢາ PCD ຈຳນວນ 30 ເຄື່ອງ.ໂອກາດດັ່ງກ່າວສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ກໍ່ໄດ້ຕ່າງໃຫ້ຄະນະຝ່າຍລາວ ສະແດງຄວາມຂອບອົກ ຂອບໃຈ ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືກັນ ລະຫວ່າງກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ກັບກອງພົນທີ 5 ກອງບັນຊາການທະຫານ 4 ແຂວງພາກໃຕ້ກອງທັບປະຊາຊົນລາວ ເຊີ່ງຍາມໃດ ກໍ່ໃຫ້ການຮ່ວມມື ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນຕະຫຼອດມາ ຈາກນັ້ນສະຫາຍກໍ່ຍັງໄດ້ອ່ວຍພອນ ໃຫ້ສາຍພົວພັນຮ່ວມມື ອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ,ຫວຽດນາມ-ລາວ ໃຫ້ໜັ້ນຄົງທະນົງແກ່ນ ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສອງຊາດ ໃຫ້ຍືນຍົງທະນົງແກ່ນຕະຫຼອດການລະນານ ພ້ອມທັງໃຫ້ຄຳໜັ້ນ ສັນຍາວ່າຈະນຳເອົາເຄື່ອງອຸປະກອນດັ່ງກ່າວ ທີ່ມອບໃຫ້ໃນຄັ້ງນີ້ນຳ ໃຊ້ໃຫ້ມີປະສິດຕິພາບສູງ. ຂ່າວ:ແສງອາທິ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ