ກອງບັນຊາການຕໍາຫຼວດນໍ້າແຂວງຢູນນານມອບອຸປະກອນການແພດໃຫ້ກອງບັນຊາການທະຫານແຂວງ ຫຼວງນ້ຳທາ
ເວລາອອກຂ່າວ: 2020-04-22 12:32:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 678 | ຄວາມນິຍົມ: ![]()
ວັນທີ 21 ເມສາ 2020 ນີ້ ສະຫາຍ ພົນຕີ ຢວນຢາຜິງ ຫົວໜ້າກອງບັນຊາການຕໍາຫຼວດນໍ້າແຂວງຢູນນານ ສປຈີນ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນການແພດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ມາມອບໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາ ພິທີໄດ້ຈັດຂື້ນຢູ່ທີ່ ທ່າເຮືອຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ເຊິ່ງກ່າວຮັບໂດຍ ສະຫາຍ ພັນໂທ ຄໍາເຫຼັກ ສາຍຄໍາພວນ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ພ້ອມດ້ວຍຄະນະ.
ອຸປະກອນການແພດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທີ່ກອງບັນຊາການຕໍາຫຼວດນໍ້າແຂວງຢູນນານ ສປຈີນ ມາມອບໃຫ້, ໃນຄັ້ງນີ້ ມີ ຜ້າອັດປາກ 300 ອັນ, ຜ້າອັດປາກ Kn 95 ຈໍານວນ 500 ອັນ, ເຈວລ້າງມື 20 ປ໋ອງ, ນໍ້າຢາຂ້າເຊື້ອ 20 ຖັງ, ບັ້ງຂິດຢາຂ້າເຊື້ອ 8 ອັນ, ເຫຼົ້າ 75 ຈໍານວນ 35 ລິດ, ເຄື່ອງວັດແທກອຸນຫະພູມຮ່າງກາຍ 7 ເຄື່ອງ, ຖົງມື 15 ກັບ, ຢາປ້ອງກັນພະຍາດໂຄວິດ 300 ກັບ, ແວນຕາປ້ອງກັນ 30 ອັນ ແລະ ເຊື້ອປ້ອງກັນເຊື້ອພະຍາດ 30 ຊຸດ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ຄໍາເຫຼັກ ສາຍຄໍາພວນ ຕາງໜ້າຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ກໍ່ໄດ້ຕີລາຄາສູງ ແລະ ກ່າວສະແດງຄວາມຄອບອົກຂອບໃຈ ມາຍັງ ສະຫາຍ ພົນຕີ ຢວນຢາຜິງ ຫົວໜ້າກອງບັນຊາການໃຫຍ່ຕໍາຫຼວດນໍ້າແຂວງຢູນນານ ສປຈີນ ພ້ອມດ້ວຍຄະນະ ເຊິ່ງຢາມໃດກໍ່ໄດ້ເປັນຫ່ວງເປັນໄຍກອງທັບປະຊາຊົນລາວ ເວົ້າລວມເວົ້າສະເພາະກໍ່ຄື ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈຶ່ງໄດ້ນຳເອົາອຸປະກອນທາງການແພດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19
ໃຫ້ໃນຄັ້ງນີ້ ເຊິ່ງເປັນຂອງຂວັນທີ່ລໍ້າຄ່າຈາກພັກ-ລັດ ກໍ່ຄືກອງບັນຊາການໃຫຍ່ຕໍາຫຼວດນໍ້າແຂວງຢູນນານ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາອຸປະກອນດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.
ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















