ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງໄຊສົມບູນ ລົງຊຸກຍູ້ພໍ່ແມ່ປະຊາຊົນ
ເວລາອອກຂ່າວ: 2018-12-06 09:29:10 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ຫວ່າງມໍ່ໆນີ້, ພັນໂທ ວົງສີ ທະນູສອນ ຮອງຫົວໜ້າຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງໄຊສົມບູນ ຕາງໜ້າ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງໄຊ ສົມບູນ ພ້ອມດ້ວຍອົງການຈັດ ຕັ້ງຊາວໜຸ່ມ-ແມ່ຍິງໄດ້ລົງ ເຄື່ອນໄຫວຢ້ຽມຢາມຊຸກຍູ້ພົບ ປະກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ຢູ່ 18 ບ້ານໃນທົ່ວແຂວງໄຊສົມບູນ ແລະ ນຳເອົາເຄື່ອງນຸ່ງຫົ່ມຈຳ ນວນໜຶ່ງໄປມອບໃຫ້ກັບຄອບ ຄົວທຸກຍາກຂາດເຂີນເຄື່ອງນຸ່ງ ຫົ່ມ ຈຳນວນ 209 ຄອບຄົວ, ເຊິ່ງການລົງເຄື່ອນໄຫວຢ້ຽມ ຢາມໃນຄັ້ງນີ້ ກໍເພື່ອເປັນການ ສ້າງຂະບວນການສ້າງຜົນງານ ຕ່າງໆ ຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ ທີ່ຈະມາ ເຖິງນີ້, ທັງເປັນການເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີ ອັນດີງາມລະ ຫວ່າງກອງທັບກັບ ປະຊາຊົນ ໃຫ້ນັບມື້ນັບແໜ້ນ ແຟ້ນ ຍິ່ງຂຶ້ນ ແລະ ພ້ອມກັນປະກອບ ສ່ວນເຂົ້າໃນການສ້າງສາພັດ ທະນາທ້ອງຖິ່ນໃຫ້ນັບມື້ໄດ້ຮັບ ການພັດທະນາກ້າວຂຶ້ນເລື່ອຍໆ. ຂ່າວ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ