ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງກະສິກຳ ແລະ ປ່າໄມ້ ມອບເຄື່ອງນຸ່ງຫົ່ມໃຫ້ກົມກໍ່ສ້າງຮາກຖານ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2018-12-06 09:30:55 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ວັນທີ 4 ທັນວາ 2018 ນີ້ ທ່ານ ນາງ ບຸນທຽນ ວົງໄກສອນ ຫົວໜ້າສະຫະພັນແມ່ຍິງກະ ຊວງກະສິກໍາ ແລະ ປ່າໄມ້ໄດ້ມອບ ເຄື່ອງນຸ່ງຫົ່ມໃຫ້ກົມກໍ່ສ້າງຮາກ ຖານ ກະຊວງປ້ອງກັນປະເທດ ເພື່ອນໍາໄປຊ່ວຍເຫຼືອລູກຫຼານ ບັນດາປະຊາຊົນຢູ່ເຂດຫ່າງໄກ ສອກຫຼີກທຸລະກັນດານລວມມູນ ຄ່າທັງໝົດ 26 ລ້ານກວ່າກີບ ເຊິ່ງກ່າວຮັບໂດຍ ພັນເອກ ຄໍາ ຮັງ ໄຊມຸງຄຸນ ຮອງຫົວໜ້າກົມ ກໍ່ສ້າງຮາກຖານ ແລະ ເຂົ້າ ຮ່ວມເປັນສັກຂີພະຍານຂອງ ທ່ານ ທອງວັນ ວິໄລເຮືອງ ຮອງ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມພະນັກງານ ທັງສອງຝ່າຍເຂົ້າຮ່ວມ. ໂອກາດດັ່ງກ່າວ ພັນເອກ ຄໍາຮັງ ໄຊມຸງຄຸນ ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງນຳ ກະຊວງກະສິກໍາ ແລະ ປ່າໄມ້ທີ່ ເຫັນໄດ້ຄວາມໝາຍຄວາມສໍາ ຄັນຂອງວຽກງານຮາກຖານ ຈຶ່ງ ໃຫ້ການຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງຈະນໍາເອົາເຄື່ອງທີ່ໄດ້ ການຊຸກຍູ້ໃນຄັ້ງນີ້ໄປແຈກຢາຍ ໃຫ້ພໍ່ແມ່ປະຊາຊົນລູກຫຼານບັນ ດາຊົນເຜົ່າທີ່ທຸກຍາກຂາດເຂີນ ຢູ່ເຂດຫ່າງໄກສອກຫຼີກຢ່າງທົ່ວ ເຖິງ. ໂດຍ: ສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ