ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ທ່ານ ຮອງເຈົ້າ ແຂວງສະຫວັນນະເຂດ ລົງຊຸກຍູ້ການລ້ຽງງົວ ຢູ່ເມືອງໄຊພູທອງ
ເວລາອອກຂ່າວ: 2020-04-27 17:32:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 709 | ຄວາມນິຍົມ:



ທ້າຍອາທິດແລ້ວ ນີ້, ທິມງານຄະນະສະເພາະກິດ ຕິດຕາມຜົນກະທົບ ທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງແຂວງສະຫວັນນະເຂດ, ນຳໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ, ປະທານຄະນະສະເພາະກິດ ຂັ້ນແຂວງ ພ້ອມດ້ວຍພະແນກການຕ່າງຂອງແຂວງເຊິ່ງປະກອບດ້ວຍ: ພະແນກກະສິກຳ-ປ່າໄມ້, ພະແນກແຜນການ-ການລົງທຶນ ແລະ ພະແນກອຸດສາຫະກຳ-ກ້ານຄ້າແຂວງ, ໄດ້ລົງສຳຫຼວດພື້ນຖານການຜະລິດ, ການລ້ຽງ ຂອງປະຊາຊົນ ຢູ່ເຂດເມືອງໄຊພູທອງ ໃນການຮອງຮັບດ້ານສະບຽງອາຫານ, ເພື່ອໃຫ້ພຽງພໍກັບການປ້ອນຕະຫຼາດ ໃນການບໍລິໂພກຂອງປະຊາຊົນພາຍໃນແຂວງສະຫວັນນະເຂດ ເວົ້າລວມເວົ້າສະເພາະກໍຄືຢູ່ເມືອງໄຊພູທອງ. ການລົງຊຸກຍູ້ຄັ້ງນີ້ ທ່ານ ຮອງເຈົ້າແຂວງ ສະຫວັນນເຂດ ໄດ້ລົງຕິດຕາມເບິ່ງຟາມລ້ຽງງົວ ຢູ່ເຂດບ້ານທ່າໂພ ແລະບ້ານຫົວຫາດ ທີ່ຂຶ້ນກັບເມືອງໄຊພູທອງແຂວງສະຫວັນນເຂດ, ໂດຍໃຫ້ກຽດຕ້ອນຮັບ ຂອງ ທ່ານ ຄໍາວິໃສ ຜຸຍຍະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ ພ້ອມດ້ວຍຄະນະຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ວິຊາການທີ່ກ່ຽວຂ້ອງໃນນີ້ໄດ້ລົງເບິ່ງຟາມລ້ຽງງົວຂອງທ່ານ ສໍາລານ ຄໍາມຸງຄຸນ ປະຊາຊົນບ້ານ ທ່າ ແລະ ຟາມງົວ ທ່ານ ກໍ່າ ປະຊາຊົນບ້ານຫົວຫາດມີງົວທັງໝົດ210 ໂຕ,ໃນນັ້ນງົວພັນ 21 ໂຕ ແລະ ງົວລາດ 169 ໂຕ ,ເຊິ່ງທັງສອງຟາມແມ່ນໄດ້ສະໜອງສັດໃຫ້ກັບໂຮງຂ້າສັດ ເພື່ອນຳໄປປ້ອນຕະຫຼາດໃຫ້ໄດ້ພຽງພໍກັບຄວາມຕ້ອງການຂອງຕະຫຼາຍ ໂອກາດນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ຮຽກຮ້ອງມາຍັງເຈົ້າຂອງຟາມລ້ຽງງົວເຊິ່ງເປັນຜູ້ຈຳໜ່າຍງົວອອກສູ່ທ້ອງຕະຫຼາດ ຈົ່ງພ້ອມກັນເອົາໃຈໃສ່ໃນການປັບປຸງຄຸນະພາບ, ຄວາມສະອາດ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ, ພ້ອມທັງໃຫ້ມີການຈັດຕັ້ງກຸ່ມຜູ້ຂາຍ ຢູ່ຕະຫຼາດຕ່າງໆພາຍໃນເມືອງ ແລະ ແຂວງ ສົງອອກຂາຍສູ່ທ້ອງຕະຫຼາຍໃຫ້ຫຼາຍຂື້ນ, ເພື່ອຄວາມເປັນລະບຽບ ແລະ ສາມາດຄວບຄຸມໄດ້ ເພື່ອຫຼີກລ້ຽງການຂ້າສັດຊະຊາຍພ້ອມທັງໄດ້ເນັ້ນໜັກໃຫ້ທາງພະແນກການທີ່ກ່ຽວຂອງແຂວງ ແລະ ເມືອງ ຈົ່ງພ້ອມກັນເອົາໃຈໃສ່ ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ຖືກຕາມເຕັກນິກວິຊາການ ເພື່ອຕອບສະໜອງສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການ. ເນັ້ນໜັກໃຫ້ພະແນກອຸດສາຫະກຳ-ການຄ້າແຂວງ ຈົ່ງເອົາໃຈໃສ່ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດ ໃຫ້ເໝາະສົມລະຫວ່າງຜູ້ຊື້ ແລະຜູ້ຂາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ