ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ວິທະຍາຄານກົມມະດຳ ເຂັ້ມງວດກວດກັ່ນກອງສຸຂະພາບ ຂອງພະນັກງານ-ນັກຮົບ
ເວລາອອກຂ່າວ: 2020-04-28 12:50:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 661 | ຄວາມນິຍົມ:



ໂດຍອີງໃສ່ຄຳສັ່ງເລກທີ 6/ ນຍ ກໍຄືຄຳສັ່ງແນະນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງເຫັນໄດ້ສະພາບການລະບາດ ຂອງພະຍາດອັກເສບປດອ ຫຼື ເອີ້ນວ່າໂຄວິດ-19 ທີ່ກຳລັງລະບາດໃນໂລກເຊິ່ງສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ຄະນະພັກກະຊວງປ້ອງກັນປະເທດເລຂາຄະນະພັກຫົວໜ້າການທະຫານວິທະຍາຄານກົມມະດຳ ໄດ້ຊີ້ແຈງວ່າປັດຈຸບັນໃນປະເທດລາວກຳລັງພົບຄວາມຫຍຸ້ງຍາກໃນການຜະເຊີນກັບພະຍາດລະບາດໂດຍສະເພາະແມ່ນພະຍາດອັກເສບປອດ ໂຄວິດ-19 ທີ່ກຳລັງລະບາດຢູ່ປະເທດລາວເຮົາຍ້ອນເຫັນໄດ້ຄວາມສ່ຽງຂອງບັນດານາຍ ແລະ ພົນທະຫານກໍຄືພໍ່ແມ່ປະຊາຊົນ ໃນຂອບເຂດວິທະຍາຄານກົມມະດຳຮັບຜິດຊອບດັ່ງນັ້ນພວກເຮົາຈິ່ງໄດ້ຈັດຕັ້ງໜ່ວຍງານແພດຂອງວ.ກ ນຳເອົາອຸປະກອນກວດວັດແທກອຸນຫະພູມຮ່າງກາຍລົງເຮັດໜ້າທີ່ຄັດກອງກວດກາພະນັກງານ-ນັກຮົບ ນັກຮຽນ-ນັກສຶກສາທີ່ເຂົ້າອອກຄ້າຍຢ່າງເຄັ່ງຄັດໂດຍໄດ້ແບ່ງອອກເປັນສອງຈຸດກວດກາວັດແທກອຸນຫະພູມ ເພື່ອຕ້ານ ແລະ ສະກັດກັ້ນບໍ່ໃຫ້ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາຕິດເຊື້ອພະຍາດດັ່ງກ່າວຫຼື ມີຄວາມສ່ຽງໃນການຕິດເຊື້ອ ເຫັນໄດ້ການເອົາໃຈໃສ່ຂອງຄະນະພັກ-ຄະນະບັນຊາ ແລະ ທີມແພດໝໍກໍຄືຂັ້ນຮາກຖານທຸກຂັ້ນໄດ້ໂຄສະນາໃຫ້ຄວາມຮູ້ແກ່ເຂົາເຈົ້າໃນການໃຊ້ຊີວິດປະຈຳວັນຢ່າງລະວັງໃຫ້ແກ່ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາທົ່ວ ວ.ກ ຂອງຕົນຢ່າງເປັນປົກກະຕິ ພ້ອມທັງໄດ້ສົມທົບກັບອຳນາດການປົກຄອງຂັ້ນບ້ານເຮັດໜ້າທີ່ໃຫ້ຄວາມຮູ້ ແລະ ສະກັດກັ້ນໃຫ້ພໍ່ແມ່ປະຊາຊົນ ຕ້ານກັບພະຍາດໂຄວິດ-19 ແລະ ໄດ້ຈັດຕັ້ງກຳລັງລົງຊ່ວຍເຫຼືອກອງຫຼອນ ຕັ້ງຈຸດກວດກາຄົນເຂົ້າອອກບ້ານ ໂດຍຜ່ານການຈັດຕັ້ງປະຕິບັດເຫັນວ່າໄດ້ຮັບການຮ່ວມມືຈາກອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເປັນຢ່າງດີ ແລະ ແຕ່ງຕັ້ງໜ່ວຍງານເຄື່ອນໄຫວຕອນກາງຄືນ ຫ້າມບໍ່ໃຫ້ມີການຊຸມແຊວຕາມສະຖານທີ່ພັກເຊົາສະຖານທີ່ບັນເທິງຕ່າງໆ ຖ້າຜູ້ໃດຝ່າຝືນ ແມ່ນຈະມີການກ່າວເຕືອນສຶກສາອົບຮົມ ຫຼື ຮ້າຍແຮງກວ່ານັ້ນແມ່ນຈະມອບໃຫ້ກຳລັງທີ່ກ່ຽວຂ້ອງນຳໄປດຳເນີນຄະດີຕາມກົດໝາຍ. ໂດຍ: ດວງມາລາ ວັນທານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ