ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສືບຕໍ່ພົ່ນຢາຂ້າເຊື້ອພະຍາດອັກເສບປອດສາຍພັນໄໝ່ ໂຄວິດ - 19 ຢູ່ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2020-04-28 14:48:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 700 | ຄວາມນິຍົມ:



ໃນລະຫວ່າງ ຕົ້ນເດືອນເມສາ 2020 ເຖິງປັດຈຸບັນ ໜ່ວຍງານສະເພາະກິດສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ ສົບທົບກັບ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນການປ້ອງກັນ, ຕ້ານ ແລະ ສະກັດກັ້ນຄວບຄຸມການເເຜ່ລະບາດເຊື້ອພະຍາດໂຄວິດ - 19  ຕາມທິດຊີ້ນໍາຂອງຂັ້ນເທິງວາງອອກຢ່າງເຂັ້ວງວດ, ໂດຍທາງຄະນະໜ່ວຍງານດັ່ງກ່າວໄດ້ນໍາເອົາລົດທີ່ບັນຈຸປະສົມນໍ້າຢາຂ້າເຊື້ອ ແລະ ເຄື່ອງມືອຸປະກອນ ສີດພົ່ນນໍ້າຢາຂ້າເຊື້ອພະຍາດຕ່າງໆ ໂດຍສະເພາະ ພົ່ນຂ້າເຊື້ອພະຍາດຈຸລະໂລກອັບເສບປອດສາຍພັນໃໝ່ໂຄວິດ-19 ຢູ່ກົມໃຫຍ່ພະລາທິການກອງທັບ,ເຊິ່ງ ທາງໜ່ວຍງານ ແລະ ວິຊາການໄດ້ຈັດຕັ້ງປະຕິບັດເຄື່ອນໄຫວສີດພົ່ນນໍ້າຢາຂ້າເຊື້ອພະຍາດຕາມບໍລິເວນເສັ້ນທາງ, ສະຖານທີ່ບ່ອນຈອດລົດ, ບ່ອນຫຼີ້ນກີລາ ແລະ ລຽບຕາມບໍລິເວນບັນດາອົງການກົມ,ຫ້ອງການ ກໍຄື ບໍລິເວນຂອບເຂດຄວາມຮັບຜິດຊອບຂອງກົມໃຫຍ່ພະ ລາທິການກອງທັບ, ທັງນີ້ກໍ່ ເພື່ອເປັນການປ້ອງກັນ ແລະ ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງນາຍ ແລະ ພົນທະຫານພາຍໃນ ກົມໃຫຍ່ພະລາທິການກອງທັບ ຈາກເຊື້ອພະຍາດດັ່ງກ່າວ. ໂດຍ : ຮ້ອຍເອກ ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ