ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ຫຼາຍພາກສ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫລືອ ຕ້ານການລະບາດຂອງພະຍາດ ໂຄວິດ-19
ເວລາອອກຂ່າວ: 2020-04-28 16:15:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 689 | ຄວາມນິຍົມ:



ວັນທີ 28 ເມສາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການເງິນ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ຮັບເຄື່ອງຊ່ວຍເຫລືອຈາກ ບໍລິສັດ ທາງລົດໄຟລາວ-ຈີນ ປະກອບມີ ຜ້າປິດປາກ 286.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 250 ອັນ ລວມມູນຄ່າ 1.679.400.000 ກີບ ຕາງໜ້າມອບໂດຍ ທ່ານ ລິ ປິ່ງ ສວນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ; ບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢຸນນານ ຫຸ້ນສ່ວນ ຈຳກັດ ມອບເງິນສົດມູນຄ່າ 500.000.000 ກີບ, ຕາງໜ້າມອບໂດຍ ທ່ານ ຫລິວ ຫູ້ ຫົວໜ້າຫ້ອງການ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢຸນນານ ຫຸ້ນສ່ວນຈຳກັດ ປະຈຳລາວ ທັງເປັນປະທານ ບໍລິສັດຮ່ວມທຶນລາວຈີນ; ຈາກບໍລິສັດ ໄທເມດ ( ມູນນິທິ ວິລະພຸຊົງ) ມອບເງິນສົດ ມູນຄ່າ 150.000.000 ກີບ ມອບໂດຍທ່ານ ອະນັນ ອິນທະວົງ ຕາງໜ້າບໍລິສັດ ໄທເມດ ; ບໍລິສັດ ສົມວັນຈະເລີນເປໂຕຣລ້ຽມ ເຈວລີ ຈຳກັດ ມອບເງິນສົດ ມູນຄ່າ 100.000.000 ກີບ ຕາງໜ້າມອບໂດຍທ່ານ ສັນຕິ ສີດາວົງ ຮອງອໍານວຍການ ບໍລິສັດ ສົມວັນຈະເລີນເປໂຕຣລ້ຽມ ເຈວລີ ຈຳກັດ. ໃນໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາບໍລິສັດດັ່ງກ່າວ ທີ່ເຫັນຄວາມສໍາຄັນ ແລະ ຈຳເປັນຂອງລັດຖະບານລາວ ໃນການຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ພ້ອມທັງຢືນຢັນວ່າ ຈະນຳເງິນດັ່ງກ່າວ ໄປນຳໃຊ້ ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ. ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ