ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກອງພັນໃຫຍ່ 11ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2020-04-29 16:22:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 689 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 27 ເມສາ ນີ້, ກອງພັນໃຫຍ່ 11 ໄດ້ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໂດຍການ ເຂົ້າຮ່ວມຂອງສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 11, ສະຫາຍ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດອົງການກາແດງລາວ, ມີສະຫາຍ ພັນໂທ ເພັດສະຫວັນ ແກ້ວສຸວັນ ຕາງໜ້າສະຖາບັນກັນພະຍາດກອງທັບ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ. ໃນພິທີສະຫາຍ ພັນເອກ ກົງທອງ ສຸຂະວົງໄດ້ຍົກໃຫ້ເຫັນຈຸດປະສົງໃນການບໍລິຈາກເລືອດໃນຄັ້ງນີ້ແມ່ນປະກອບສ່ວນເພື່ອຊ່ວຍເຫຼືອກອບກູ້ເອົາຊີວິດຄົນເຈັບທີ່ຂາດເລືອດປັດຈຸບັນຢູ່ທາງທະນາຄານເລືອອດແມ່ນຍັງຂາດແຄນເລືອດທີ່ຈະສະໜອງໃຫ້ໂຮງໝໍແຕ່ລະແຫ່ງ ແລະ ບໍ່ວ່າຈະເປັນການເຈັບສຸກເສີນກະທັນຫັນ, ປິ່ນປົວຍາວນານທີ່ຕ້ອງການເລືອດສະນັ້ນການບໍລິຈາກເລືອດເປັນສິ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດ. ດັ່ງນັ້ນຈິ່ງໄດ້ມີການປຸກລະດົມຂໍຮັບການບໍລິຈາກເລືອດຈາກຜູ້ຄົນທົ່ວໄປເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນເຊິ່ງໃນໄລຍະຜ່ານມາທາງກອງພັນໃຫຍ່ 11 ກໍໄດ້ໃຫ້ການບໍລິຈາກເລືອດເປັນປະຈຳ ແລະ ຈະສືບຕໍ່ບໍລິຈາກອີກເລື້ອຍໆ. ການບໍລິຈາກເລືອດໃນຄັ້ງນີ້ແມ່ນໄດ້ປະຕິບັດຕາມມາດຕະການປ້ອງກັນຂອງຄະນະສະເພາະກິດກໍຄືໜ່ວຍສະເພາະກິດໃນກອງພັນໃຫຍ່ແມ່ນໄດ້ກວດອຸນຫະພູມ, ລ້າງມືທີ່ມີນໍ້າຢາຂ້າເຊື້ອ ແລະ ຢູ່ຫ່າງໄກກັນຢ່າງໜ້ອຍ 2 ແມັດ.ເຊິ່ງມີຜູ້ບໍລິຈາກທັງໝົດ 60 ສະຫາຍ. ປິ່ນ ຂຸນພົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ