ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ການນຳທະຫານແຂວງສະຫັວນນະເຂດລົງມອບອຸປະກອນການເພດແລະເຄື່ອງບໍລິໂພກໃຫ້ກອງບັນຊາການທະຫານເມືອງອຸທຸມພອນ
ເວລາອອກຂ່າວ: 2020-04-29 16:34:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 565 | ຄວາມນິຍົມ:



ຄະນະນຳກອງບັນຊາການທະຫານແຂວງສະຫັວນນະເຂດ, ໄດ້ລົງມອບເຄື່ອງອຸປະກອນການເເພດ ແລະ ເຄື່ອງບໍລິໂພກໃຫ້ກອງບັນຊາການທະຫານເມືອງອຸທຸມພອນໃນວັນທີ 24 ເມສາ ນີ້, ເພື່ອເປັນການຊຸກຍູ້ແລະໃຫ້ກຳລັງໃຈພະນັກງານ-ນັກຮົບກົມກອງດັ່ງກ່າວທີ່ກຳລັງປະຕິບັດໜ້າທີ່ວຽກງານສະເພາະກິດຕາມຈຸດຕ່າງໆຂອງເມືອງທີ່ຂັ້ນເທິງມອບໝາຍໃຫ້. ການລົງມອບເຄື່ອງໃນຄັ້ງນີ້ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມຄະນະ ເຊິ່ງເຄື່ອງທີ່ນໍາໄປມອບປະກອບມີຜ້າປິດປາກ 200 ອັນ,ເຈວເຫຼົ້າ 90 ລ້າງມືຈຳນວນ 4 ກວດ ແລະ ເຄື່ອງດື່ມຈຳນວນ 3 ແກັດ. ກ່າວຮັບໂດຍ ສະຫາຍ ພັນຕີ ຄຳພຽນ ພຸດຟອງຄຳ ຫົວໜ້າການທະຫານກອງບັນຊາການທະຫານເມືອງອຸທຸມພອນ ພ້ອມຄະນະ. ໃນໂອກາດນີ້ ສະຫາຍ ພັນຕີ ຄຳພຽນ ກໍໄດ້ຕ່າງໜ້າກົມກອງດັ່ງກ່າວສະແດງຄວາມຂອບໃຈ ແລະ ອວຍພອນໄຊອັນປະເສີດຕໍ່ຄະນະນຳທະຫານແຂວງທີ່ໄດ້ເປັນຫ່ວງເປັນໃຍພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວລົງໄປແຈກຢາຍໃຫ້ອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ສະເພາະກິດຢູ່ຕາມຈຸດຕ່າງແລະໃນກົມກອງຢ່າງທົ່ວເຖິງ.ທ່ານແຈ້ງຕື່ມວ່າ: ໃນໂອກາດໄປມອບເຄື່ອງດັ່ງກ່າວຄະນະນຳທະຫານແຂວງຍັງໄດ້ໄປຢ້ຽມຢາມແລະອວຍພອນ ສະຫາຍ ພັນເອກ ຄຳມຶງ ແສນທະວົງ ອະດີດການນຳກອງບັນຊາການທະຫານແຂວງສະຫັວນນະເຂດ.ພ້ອມທັງມອບຜ້າອັດປາກຈຳນວນ 50 ອັນ ,ເຈວລ້າງມື 2 ກວດ ແລະ ເຄື່ອງດື່ມ ຈຳນວນ 2 ແກັດ.ທັງນີ້ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານການນຳຮຸ່ນກ່ອນທີ່ໄດ້ທຸ້ມເທເຫຶ້ອແຮງສະຕິປັນຍາໃຫ້ແກ່ປະເທດຊາດໃນໄລຍະຜ່ານມາ. ຂ່າວ-ພາບ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ