
ກອງພັນໃຫຍ່ 644 ຈັດພິທີມອບ - ຮັບເຄື່ອງອຸປະກອນການແພດຕ້ານ COVID – 19
ເວລາອອກຂ່າວ: 2020-05-01 18:11:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:
ເນື່ອງຈາກສະພາບແຜ່ລະບາດພະຍາດ COVID – 19 ໄດ້ເພີ່ມທະວີຄູນ ແລະ ແຜລາມເປັນວົງກວ້າງໃນຫຼາຍປະເທດທົ່ວໂລກ . ສະນັ້ນເພື່ອເປັນການປ້ອງກັນ - ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວບໍ່ໃຫ້ແຜລາມຢູ່ໃນປະເທດຂອງພວກເຮົາ , ເວົ້າລວມ - ເວົ້າສະເພາະຢູ່ກຳລັງປະກອບອາວຸດເຮັດໃຫ້ມາດຕະການຈັດຕັ້ງປະຕິບັດປ້ອງກັນ - ຄວບຄຸມມີປະສິດທິພາບສູງ .
ໃນວັນທີ 29 ເມສາ 2020 ນີ້ ກອງພັນໃຫຍ່ 644 ໄດ້ຈັດພິທີມອບ - ຮັບເຄື່ອງອຸປະກອນການແພດຕ້ານພະຍາດ COVID – 19 ຂື້ນຢ່າງເປັນທາງການໂດຍການມອບຂອງສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ເລຂາຄະນະພັກ, ຫົວໜ້າການເມືອງກອງທີ 4 ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ຄຳສີ ພົມມະຈັນ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 644 ພ້ອມຄະນະ ແລະ ມີບັນດາພະນັກງານວິຊາການເຂົ້າຮ່ວມ . ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບ ມີ 6 ລາຍການຄື :ທາດເຄມີຂ້າເຊື້ອ 4 ຖັງ, ຊຸດປ້ອງກັນເຊື້ອ 300 ຊຸດ,ຜ້າອັດປາກການແພດ 4 ຊັ້ນ 12,000 ອັນ,ເຈວລ້າງມືແຫ້ງ 200 ກວດ,ຖັງຊີດຢາລະບົບໄຟ 1 ອັນ ແລະ ຫົວຊີດຖັງຢາຂ້າເຊື້ອ 1ອັນ.
( ແອນີ້ ໝື່ນລາດ )
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ