ບໍລິສັດມິດຕະພາບ 206 ມອບຜ້າອັດປາກ-ດັງ ໃຫ້ກອງພົນທີ 5
ເວລາອອກຂ່າວ: 2020-05-01 18:14:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 584 | ຄວາມນິຍົມ: ![]()
ໃນວັນທີ 27 ເມສາ 2020 ນີ້, ສະຫາຍ ພັນເອກ ເລວັນທືກ ຫົວໜ້າການເມືອງ, ສະຫາຍນາງ ຟານທິຊວານ ຄະນະສະຫະພັນແມ່ຍີງ ບໍລິສັດມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ, ໄດ້ນຳເອົາຜ້າອັດປາກ-ດັງ ມາມອບໃຫ້ກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5 ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດັ່ງກ່າວສະຫາຍ ນາງ ຟານທິຊວານ, ກໍ່ໄດ້ສະແດງຄວາມຂອບໃຈທີ່ຄະນະພັກ - ຄະນະບັນຊາກອງພົນທີ 5 ທີ່ໄດ້ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືກັນ ລະຫວ່າງສອງຊາດສອງ ກອງທັບ ກໍ່ຄື ກອງພົນທີ 5 ກັບ ບໍລິສັດມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໄດ້ພົວພັນຮ່ວມມືກັນຢ່າງສະໜິດແໜ້ນ, ນອກຈາກນັ້ນສະຫາຍຍັງໄດ້ຍົກໃຫ້ເຫັນ ສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ພວມເປັນໄພຄຸກຄາມຕໍ່ຫຼາຍປະເທດໃນໂລກ ແລະ ບັນດາປະເທດໃກ້ຄຽງ ດັ່ງນັ້ນ, ດ້ວຍຄວາມເປັນຫວ່ງເປັນໃຍຕໍ່ສຸຂະພາບຂອງນາຍ ແລະ ພົນທະຫານ, ສະຫະພັນແມ່ຍີງບໍລິສັດມິດຕະພາບ 206 ຈີ່ງໄດ້ພ້ອມໃຈກັນນຳເອົາຜ້າອັດ ປາກ-ດັງ ທີ່ຫຍິບເອງຈຳນວນ 5.000 ອັນມາມອບໃຫ້ກອງພົນທີ 5 ເພື່ອນຳໃຊ້ເຂົ້າໃນການປ້ອງກັນພະຍາດ ໂຄວິດ-19 ກ່າວມອບໂດຍ ສະຫາຍນາງ ຟານທິຊວານ ແລະ ກ່າວຮັບໂດຍ ພັນຕີ ນາງ ຄຳແພງ ໄຊມົນຕີ ຮອງພະແນກສະຫະພັນແມ່ຍິງກອງພົນທີ 5. ເຊິ່ງຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ເອື້ອຍນ້ອງແມ່ຍິງກອງພົນທີ 5 ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍນາງ ຟານທິຊວານ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເປັນຫວ່ງເປັນໃຍຕໍ່ສຸຂະພາບຂອງນາຍ ແລະ ພົນທະຫານ ຈາກນັ້ນສະຫາຍກໍ່ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ລະຫວ່າງບໍລິສັດມິດຕະພາບ206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນລາວ, ເຊີ່ງຍາມໃດກໍ່ໃຫ້ຊ່ວຍເຫຼືອເຊີ່ງກັນ ແລະ ກັນຕະຫຼອດມາ ແລະ ອວຍພອນໃຫ້ສາຍພົວພັນຮ່ວມມື ອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມໃຫ້ໜັ້ນຄົງທະນົງແກ່ນ ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະກໍ່ຄືລະຫວ່າງກອງພົນທີ 5 ກອງທັບປະຊາຊົນລາວ ກັບ ບໍລິສັດມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໃຫ້ໜັ້ນຄົງທະນົງແກ່ນ.
ພາບ: ກັນຕະວົງ ສາທຸທຳ
ຂ່າວໂດຍ ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














