ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ບັນດາບໍລິສັດສືບຕໍ່ມອບເຄື່ອງຊ່ວຍເຫຼືຶອກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2020-05-01 18:22:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 589 | ຄວາມນິຍົມ:



ວັນທີ 30 ເມສາ 2020ນີ້,ສະຫາຍ ປອ ພົນຕີ ວົງຄໍາ ພົມມະກອນ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ລາວ-ຢູນ ປະກອບມີ ຜ້າອັດປາກ-ດັງ 16. 000 ອັນ; ເຈວລ້າງມື 160 ກ່ອງ; ເຫຼົ້າ75 ຈໍານວນ 120 ກ່ອງ ແລະ ເຄື່ອງແທກອຸນຫະພູມ 60 ອັນ, ລວມມູນຄ່າທັງໝົດ 100.000.000 ກີບ ຕາງໜ້າມອບໂດຍ ທ່ານສີປາວ ອິນ ຜູ້ອຳນວຍການບໍລິສັດ ລາວ-ຢູນ ; ບໍລິສັດ Frontier Services Group ມອບອຸປະກອນວັດແທກອຸນຫະພູມ ລວມມູນຄ່າ65.000.000 ກີບ, ຕາງໜ້າມອບໂດຍ ທ່ານ ວັງພຶງ ຊູ້ ປະທານ ບໍລິສັດ Frontier Services Group ໃນໂອກາດນີ້ ສະຫາຍ ປອ ພົນຕີ ວົງຄໍາ ພົມມະກອນ ໄດ້ສະແດງຄວາມຂອບໃຈ ຕໍ່ສອງບໍລິສັດດັ່ງກ່າວ ທີ່ເຫັນຄວາມສໍາຄັນ ແລະ ຈຳເປັນເພື່ອສະໜັບສະໜູນພາລະກິດ ຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ພ້ອມທັງຢືນຢັນວ່າ ຈະນໍາເອົາອຸປະກອນການແພດດັ່ງກ່າວ ນຳໃຊ້ ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ