29 ມື້ແລ້ວທີ່ ສປປ ລາວບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ
ເວລາອອກຂ່າວ: 2020-05-11 15:41:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 737 | ຄວາມນິຍົມ: ![]()
ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວໃນວັນທີ 11 ພຶດສະພາ ປີ 2020, ໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໃຫ້ຮູ້ວ່າ 29 ມື້ແລ້ວທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19.
ຮອດເວລາ 5 ໂມງແລງ ຂອງວັນທີ 10 ພຶດສະພາ 2020 ມີຈໍານວນຜູ້ເດີນທາງເຂົ້າມາທັງໝົດ 1,723 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ ທັງໝົດ 923 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 04 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຜ່ານດ່ານລາວ-ຈີນ ທັງໝົດ 05 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຜ່ານດ່ານລາວ-ຫວຽດ ທັງໝົດ 754 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ເດີນທາງຜ່ານສະໜາມບິນສາກົນວັດໄຕ 41 ຄົນ (ເກົາຫຼີ 02 ຄົນ, ລາວ 38 ຄົນ, ເຢຍລະມັນ 01 ຄົນ). ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ສຳລັບແຮງງານລາວ ຈຳນວນ 04 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກ ແຂວງສະຫວັນນະເຂດ 03 ຄົນ ແລະ ຈຳປາສັກ 01 ຄົນ, ທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນໍາສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. ສ່ວນການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 10 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 360 ຄົນ, ໃນນັ້ນ ມີກໍລະນີສົງໄສ 16 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 299 ຄົນ ແລະ ແຮງງານໄທທີ່ເຂົ້າມາແປງສາຍໄຟຟ້າຢູ່ແຂວງໄຊຍະບູລີ 45 ຄົນ.ກໍລະນີສົງໃສ 16 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ 12 ຄົນ, ແຂວງວຽງຈັນ 01 ຄົນ, ຫົວພັນ 01 ຄົນ, ຫຼວງພະບາງ 01 ຄົນ ແລະ ໄຊຍະບູລີ 01 ຄົນ. ແຮງງານລາວທີ່ກັບມາຈາກປະເທດໄທ 299 ຄົນ ລາຍລະອຽດດັ່ງນີ້: ນະຄອນຫຼວງວຽງຈັນ 68 ຄົນ, ໄຊຍະບູລີ 65 ຄົນ, ຫຼວງພະບາງ 51 ຄົນ, ອຸດົມໄຊ 31 ຄົນ, ວຽງຈັນ 23 ຄົນ, ສະຫວັນນະເຂດ 22 ຄົນ, ຄຳມ່ວນ 14 ຄົນ, ອັດຕະປື 08 ຄົນ, ຫຼວງນ້ຳທາ 07 ຄົນ, ຫົວພັນ 04 ຄົນ, ຈຳປາສັກ 03 ຄົນ, ສາລະວັນ 02 ຄົນ, ບໍລິຄຳໄຊ 01 ຄົນ, ຜົນກວດທັງໝົດຂອງແຮງງານລາວ, ແຮງງານໄທ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ.
ໝາຍຄວາມວ່າໃນວັນທີ 10 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ນັບແຕ່ເດືອນມັງກອນ ຮອດ ວັນທີ 10 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3,547 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (29 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອ ໃໝ່). ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວ ຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງປັດຈຸບັນນີ້ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 60 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 1,616 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດນີ້ບໍ່ມີຜູ້ຕິດເຊື້ອ, ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນນີ້ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜື່ງອາທິດຕໍ່ໜ້າ.
ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















