ສະຖາບັນອານາໄມປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ລົງໂຄສະນາປ້ອງກັນ ຄວບຄຸມພະຍາດໂຄວິດ 19 ຢູ່ ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2020-05-13 12:13:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 644 | ຄວາມນິຍົມ: ![]()
ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2019 ນີ້ຄະນະ ສະຖາບັນອານາໄມປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ລົງໂຄສະນາປ້ອງກັນ ຄວບຄຸມພະຍາດໂຄວິດ 19 ຢູ່ທີ່ສະໂມສອນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ພ້ອມບັນດາສະຫາຍຫົວໜ້າກົມກອງຂືຶ້ນກັບ ຕໍ່ຜູ້ທີ່ເຮັດວຽກງານພະລາທິການ ທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໂດຍປະຕິບັດຕາມຄຳສັ່ງແຈ້ງການຂອງນາຍົກລັດຖະມົນຕີສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີສະກັດກັ້ນການລະບາດຂອງພະຍາດ,ຄວບຄຸມ ແລະ ກຽມພ້ອມຮອບດ້ານຕ້ານພະຍາດໂຄວິດ 19.
ໂອກາດນີ້ສະຫາຍ ຮ້ອຍໂທ ນາງ ມະໄລວັນ ເລົ່າ ວິຊາການສະຖາບັນອານາໄມ ປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ຂຶ້ນເຜີຍແຜ່ເອກະສານກ່ຽວກັບການປ້ອງກັນຄວບຄຸມແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ກ່ອນອື່ນສະຫາຍກໍ່ຍົກໃຫ້ເຫັນ ແລະ ໄດ້ອະທິບາຍໂຄ່ງຮ່າງການປະກອບສ້າງຂອງເຊື້ອພະຍາດໃນຮູບຮ່າງລັກສະນະການກໍ່ໂຕແຜ່ລະບາດຂອງເຊື້ອດັ່ງກ່າວ,ເສັ້ນທາງການຕິດຕໍ່ແມ່ນເກີດຈາກທາງເດີນຫາຍໃຈເຊີ່ງຈະມີອາການ ໄຂ້,ໄອ,ຈາມ ນໍ້າມູກຍ້ອຍ ແລະ ມີໄລຍະການບົ່ມເຊື້ອເປັນເວລາ 2 ຫາ 14 ວັນ ເຊື້ອພະຍາດສະນິດນີ້ແມ່ນຈະບໍ່ສາມາດຂະຫຍາຍຕົວໄດ້ດົນຕໍ່ກັບສີ່ງທີ່ບໍ່ມີຊີວິດ ສະນັ້ນແລ້ວ ກໍລະນີທີ່ທຸກຄົນອອກຈາກບ້ານທຸກຄັ້ງກໍ່ຕ້ອງໄດ້ມີວິທີການປ້ອງກັນຢ່າງຖີ່ຖ້ວນເປັນຕົ້ນຕ້ອງໃຊ້ນໍ້າຢາລ້າງມືທີ່ມີສ່ວນເຫຼົ້າ 70 % ຂຶ້ນໄປ,ໃສ່ຜ້າອັດປາກ,ດັງ,ຫຼີກລ້ຽງໄປສະຖານທີ່ທີ່ມີຄົນແອອັດ,ກິນອາຫານປຸກສຸກສະອາດ,ນຳໃຊ້ບ່ວງກາງ ຢຸດການເດີນທາງ ນຳໃຊ້ລົດສາທາລະນະ ຫ້າມໃຊ້ອຸປະກອນເຄື່ອງນຸ່ງຫົ່ມຮ່ວມກັນ,ຢ່າທັກທາຍດ້ວຍການສຳພັກມືກັນ ຄວນຮັກສາໄລຍະຫ່າງກັນຕໍ່າກວ່າ 2 ແມັດ ແລະ ກວດເຊັກອຸຫະພູມເປັນປະຈຳ ເພາະວ່າພະຍາດນີ້ເປັນພະຍາດທີ່ອັນຕະລາຍຮ້າຍແຮງ ບໍ່ທັນມີຢາເວັກຊີນປີ່ນປົວ ກໍລະນີຫາກມີອາການໄຂ້,ໄອ ຕ່າງໆ ຕ້ອງມີການແຍກຕົວອອກ ຕິດຕາມອາການ ແລ້ວລາຍງານເຖິງໜ່ວຍງານສະເພາະກິດທີ່ກ່ຽວຂ້ອງຮັບການຮັກສາຕາມອາການ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າໂອກາດນີ້ສະຫາຍ ພັນໂທ ມອນຕາຈັນ ເລືອງສອນ ຮອງຫົວໜ້າຫ້ອງພະລາທິການ ທະຫານນະຄອນຫຼວງວຽງຈັນ ຂຶ້ນເຜີຍແຜ່ເອກະສານແບບຮ່າງສະຫຼຸບບັນຊີສະຖິຕິ ຊັບສິນຂອງລັດ,ປະເພດພາຫະນະ,ວັດຖຸອຸປະກອນ,ທີ່ດິນ ແລະ ສີ່ງປຸກສ້າງຂອງລັດທີ່ຢູ່ໃນການຄຸ້ມຄອງນຳໃຊ້ທັງໝົດຂອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຕື່ມອີກດ້ວຍ.
ການຈັດຕັ້ງເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ,ວິຊາການກ່ຽວຂ້ອງ ທີ່ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງທົ່ວເຖິງ ຕໍ່ຜົນຮ້າຍ,ວິທີປ້ອງກັນ ຄວບຄຸມ ແລະ ມີແບບແຜນໃໝ່ ເຫັນໄດ້ຕໍ່ຄວາມເຂົ້າໃຈສະແດງອອກໃນການຕອບຄຳຖາມ ສາມາດກຳໄດ້ເປັນຢ່າງດີ ເພື່ອທີ່ຈຳນຳເອົາບົດຮຽນດັ່ງກ່າວນຳໄປເຜີຍແຜ່ຕໍ່ພະນັກງານ-ນັກຮົບໃນກົມກອງ ພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດເຂົ້າໃນການດຳລົງຊີວິດປະຈຳວັນຢ່າງເຂັ້ມງວດຖືວ່າເປັນຂໍ້ມູນຄວາມຮູ້ທີ່ສຳຄັນທີ່ສຸດ ເພື່ອເປັນການຕ້ານ ແລະ ປ້ອງກັນຈາກເຊື້ອພະຍາດໄວຮັດ ໂຄວິດ 19 ນີ້ໃຫ້ໝົດໄປ.
ຂ່າວພາບໂດຍ: ຮທ ສຸລິຍາ ນັກຂ່າວ ທະຫານ ນວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















