ກອງປະຊຸມທາງໄກ(Video Conference)ໜ່ວຍງານເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ASOM WG)
ເວລາອອກຂ່າວ: 2020-05-13 12:19:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 992 | ຄວາມນິຍົມ: ![]()
ໃນຕອນເຊົ້າ,ວັນທີ 12 ພຶດສະພາ 2020 ທີ່ ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ມີການຈັດຕັ້ງເຂົ້າຮ່ວມກອງປະຊຸມທາງໄກຂອງ ໜ່ວຍງານເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ASOM WG) ພາຍໃຕ້ການເປັນປະທານ ໂດຍ ທ່ານ ພົ.ທ ວູຈ້ຽນຖັງ, ຫົວໜ້າໜ່ວຍງານເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ແລະ ທັງເປັນຫົວໜ້າກົມພົວພັນຕ່າງປະເທດ ສສ. ຫວຽດນາມ. ຜູ້ເຂົ້າຮ່ວມປະກອບມີ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ສູນແພດທະຫານອາຊຽນ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ ໂດຍສະເພາະ, ແມ່ນກະກຽມຄວາມພ້ອມໃຫ້ແກ່ການເຝິກຊ້ອມເທິງແຜນທີ່ແຜນຮ່າງກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ເຊິ່ງຈະຈັດໃນວັນທີ 27 ພຶດສະພາ 2020 ໂດຍສູນແພດທະຫານອາຊຽນ ເຊິ່ງຈະມີຜູ້ເຂົ້າຮ່ວມຈາກ 10 ປະເທດອາຊຽນ ແລະ ມີຜູ້ເຂົ້າຮ່ວມຈາກປະເທດບວກ.
ກອງປະຊຸມຍັງໄດ້ປຶກສາຫາລື ແລະ ພິຈາລະນາ ເອົາ 04 ບົດແນວຄວາມຄິດໃໝ່ ປະກອບມີ: 1) ບົດແນວຄວາມຄິດ ວ່າດ້ວຍການຕິດທຸງອາຊຽນ ຄຽງຄູ່ກັບທຸງຊາດ ທີ່ສຳນັກງານຂອງກອງກຳລັງ ຈາກປະເທດສະມາຊິກອາຊຽນ ທີ່ປະກອບສ່ວນເຂົ້າໃນວຽກງານຮັກສາສັນຕິພາບສາກົນ ຂອງສະຫະປະຊາຊາດ (ຮ່າງຂຶ້ນໂດຍ ສສ. ຫວຽດນາມ); 2)ບົດແນວຄວາມຄິດ ວ່າດ້ວຍການເຊື່ອມໂຍງ ລະຫວ່າງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດ (ຮ່າງຂຶ້ນໂດຍ ມາເລເຊຍ ແລະ ຟິລິບປິນ); 3) ບົດແນວຄວາມຄິດ ວ່າໂດຍການຍົກສູງບົດບາດ ຂອງຫ້ອງການທີ່ປຶກສາທູດປ້ອງກັນຊາດ ທີ່ປະຈຳການໃນບັນດາປະເທດສະມາຊິກອາຊຽນ (ຮ່າງໂດຍ ຟິລິບປິນ); 4) ບົດແນວຄວາມຄິດ ວ່າດ້ວຍແນວຄວາມຄິດອາຊຽນ ກ່ຽວກັບອິນໂດປາຊີຟິກ ໃນມຸມມອງຂອງກອງທັບ; 5) ແຜນການ 03 ປີ (2020-2022) ຂອງບັນດາກອງປະຊຸມ ແລະ ກິດຈະກຳຕ່າງໆ ພາຍໃຕ້ຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ. ສໍາລັບເອກະສານ 1 ແລະ 4 ເຫັນວ່າຍັງບໍ່ທັນສາມາດຕົກລົງກັນໄດ້ ແລະ ຜູ້ເຂົ້າຮ່ວມໄດ້ຂໍເວລາເພື່ອສຶກສາກ່ຽວເອກະສານເພີ່ມຕື່ມ ເນື່ອງຈາກວ່າເອກະສານດັ່ງກ່າວແມ່ນຫາກໍ່ໄດ້ຮັບ.
ນອກຈາກນີ້ກອງປະຊຸມຍັງໄດ້ປຶກສາຫາລືບັນຫາອື່ນໆ ເຊັ່ນ: ການເຝິກຊ້ອມຮ່ວມພາກສະໜາມທາງທະເລອາຊຽນ-ຣັດເຊຍ; ພິຈາລະນາ ການສະເໜີຂໍຈັດກອງປະຊຸມ ບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ+1 ແລະ ການເຊື້ອເຊີນແຂກຂອງປະທານ ເພື່ອເຂົ້າຮ່ວມສະເຫຼີມສະຫຼອງ ວັນຄົບຮອບ 10 ປີ ຂອງການສ້າງຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ (ADMM-Plus). ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ເຊິ່ງຈະຈັດຂຶ້ນໃນວັນທີ 15 ພຶດສະພາ 2020 ທີ່ຈະມາເຖິງນີ້.
ໂດຍລວມແລ້ວກອງປະຊຸມແມ່ນເຫັນດີໃນຫຼາຍໆບັນຫາ ແລະ ຍັງມີບາງບັນຫາທີ່ຍັງຕ້ອງໄດ້ສືບຕໍ່ປຶກສາຫາລື ເພື່ອຕົກລົງເປັນເອກະພາບກັນໃນຂັ້ນໜ່ວຍງານວິຊາການ ກ່ອນຈະນໍາໄປປຶກສາຫາລືໃນກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ແລະ ຮັບຮອງເອົາໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ.
ວິຊຽນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















