ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຫຼາຍພາກສ່ວນເຂົ້າວາງພວງມາລາໄຫວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບູນພັນ
ເວລາອອກຂ່າວ: 2020-05-13 15:21:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 762 | ຄວາມນິຍົມ:



ວັນທີ 13 ພຶດສະພາ 2020 ນີ້, ຄະນະບໍລິຫານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນການແນວລາວສ້າງຊາດ, ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຜນການ ແລະ ການລົງທືນ, ຄອບຄົວການນຳທຸກຂັ້ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ຮ່ວມໂມທະນາທານນໍາຄອບຄົວຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບູນພັນ ພະນັກງານປະຕິວັດອາວຸໂສ, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ເພື່ອຈາລຶກເຖິງຄຸນງາມຄວາມດີຂອງເພີ່ນທີ່ໄດ້ອຸທິດຊີວິດເຮື່ອແຮງສະຕິປັນຍາແກ່ປະເທດ ຊາດ ແລະ ການປະຕິວັດ ເຊິ່ງເປັນຜູ້ຫນຶ່ງທີ່ອົງອາດກ້າແກ່ນນ້ຳໃຈເສຍສະຫຼະອັນສູງສົ່ງໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວ ສ້າງຊາດ ໄດ້ຕົກລົງໄຫວ້ອາໄລຢ່າງເປັນທາງການ ເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16 ປັດຈຸ ບັນສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະ ເທດ ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2010 ເວລາ 13 ໂມງ 30 ນາທີ ທີ່ເດີ່ນພະທາດຫຼວງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ