ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນພະຫັດ ວັນທີ່ 14 ພຶດສະພາ ປີ 2020
ເວລາອອກຂ່າວ: 2020-05-14 15:39:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 861 | ຄວາມນິຍົມ: ![]()
ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,
ຜູ້ປະຈໍາການ ຄະນະສະເພາະກິດ
I. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ພຶດສະພາ 2020
1. ວຽກງານຈຸດຜ່ານດ່ານ
• ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2,339 ຄົນ
- ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,418 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 9 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.
- ຈຸດຜ່ານດ່ານລາວ-ຈີນ ທັງໝົດ 10 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.
- ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 911 ຄົນ, ໃນນັ້ນມີ 895 ຄົນແມ່ນຄົນຂັບລົດ ຂົນສົ່ງສິນຄ້າ ແລະ ອີກ 16 ຄົນແມ່ນແຮງງານຫວຽດນາມ
- ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ
• ທຸກຄົນທີ່ຜ່ານດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.
• ສຳລັບແຮງງານລາວ ຈຳນວນ 9 ຄົນ ທີ່ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ ແມ່ນມີຖິ່ນຖານມາຈາກ ແຂວງຈຳປາສັກ.
• ແຮງງານຫວຽດນາມ 16 ຄົນທີ່ເຂົ້າມາດ່ານນ້ຳໂສຍ ແຂວງຫົວພັນແມ່ນມາສືບຕໍ່ກໍ່ສ້າງໂຮງໝໍແຂວງ
• ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ.
2. ການເຝົ້າລະວັງ ແລະ ວິເຄາະ
• ໃນວັນທີ 13 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 117 ຄົນ, ໃນນັ້ນ ມີກໍລະນີສົງໄສ 38 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 79 ຄົນ, ລາຍລະອຽດຂອງແຮງງານດັ່ງກ່າວແມ່ນ:
- ສະຫວັນນະເຂດ 53 ຄົນ
- ຄຳມ່ວນ 11 ຄົນ
- ສາລະວັນ 09 ຄົນ
- ບໍລິຄຳໄຊ 02 ຄົນ
- ຈຳປາສັກ 02 ຄົນ
- ອຸດົມໄຊ 02 ຄົນ
• ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ.
• ໝາຍຄວາມວ່າໃນວັນທີ 13 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
• ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 13 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,092 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (32 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
3. ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວ ຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ
• ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 66 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2,097 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ.
4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
• ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ, ຍີງ 04 ຄົນ ທັງໝົດເຫັນວ່າມີອາການປົກກະຕິ.
5. ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ:
• ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 14 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ) ມື້ວານເພີ່ມອີກປະເທດໜື່ງ (ປະເທດເລໂຊໂຕ ທະວີບອາຟຣິກາໃຕ້)
- ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 4,422,147 (84,710 ໃໝ່)
- ເສຍຊິວິດ 297,552 (5,101 ໃໝ່) ກວມເອົາ 6,72 % ຂອງຜູ້ຕິດເຊື້ອທັງໝົດ;
- ປີ່ນປົວຫາຍດີ 1,654,819 (79,261 ໃໝ່) ກວມເອົາ 37,42 % ຂອງຜູ້ຕິດເຊື້ອທັງ
ໝົດ;
- ບັນຫາສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 19,103 ຄົນ ແລະ
ເສຍຊີວິດ 1,616 ຄົນຕໍ່ມື້;
- ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6.72 % (ມື້ວານນີ້ 6.74 %).
• ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ປະ
ຈຳວັນທີ 13 ພຶດສະພາ 2020 ສູງເຖິງ 689 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 44 ຄົນ.
6. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງ,
• ຂໍ້ມູນສໍາຄັນໃນມື້ນີ້ ແມ່ນການລາຍງານ ຂອງລະບົບເຝົ້າລະວັງພະຍາດ ຈາກທົ່ວປະເທດມາຫາສູນປະຕິບັດງານສຸກເສີນ ຂອງກະຊວງສາທາລະນະສຸກ ຢັ້ງຢືນວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 32 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,092 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ, ຍັງນອນຕິດຕາມຢູ່ໂຮງໝໍ 05 ຄົນ.
• ການຈັດຕັ້ງປະຕິບັດແຈ້ງການ 524/ຫສນຍ ກ່ຽວກັບການຜ່ອນຜັນບາງມາດຕະການ ຮອດວັນທີ 17 ພຶດສະພາ ນີ້ກໍ່ຍັງພຽງແຕ່ 2-3 ວັນ ແຕ່ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເອົາໃຈໃສ່ ວິທີປ້ອງກັນການຕິດເຊື້ອ ແລະ ວິທີປ້ອງກັນການແຜ່ເຊື້ອພະຍາດ ເພື່ອສະກັດກັ້ນບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ. ປັດໄຈສໍາຄັນທີ່ສຸດ ແມ່ນຂຶ້ນກັບຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ເປີດການບໍລິການຄືນໃໝ່ ວ່າຈະປະຕິບັດມາດຕະການໄດ້ຖືກຕ້ອງ ເຂັ້ມງວດສ່ຳໃດ ແລະ ຂື້ນກັບພຶດຕິກໍາຂອງພວກເຮົາໝົດທຸກຄົນທີ່ຈະປັບປຸງວິຖີຊີວິດໃໝ່ຂອງຕົນ ຕາມຄຳແນະນຳຂອງຄະນະສະເພາະກິດ.
• ພັກ ແລະ ລັດຖະບານໄດ້ມີຄວາມເປັນຫ່ວງເປັນໃຍ, ໄດ້ຕິດຕາມ ແລະ ໃຫ້ການຊີ້ນຳຢ່າງໃກ້ຊິດ. ເຊົ້າມື້ນີ້ກໍໄດ້ມີກອງປະຊຸມຂອງລັດຖະບານ ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ, ໄດ້ຮັບຟັງການລາຍງານປະເມີນຜົນສະພາບການລະບາດຂອງ ພະຍາດ ໂຄວິດ-19 ຢູ່ປະເທດເຮົາ, ປະເທດໃກ້ຄຽງ ແລະ ໃນໂລກ. ກອງປະຊຸມກໍ່ໄດ້ມີທິດຊີ້ນຳທີ່ຈະຜ່ອນຜັນຕື່ມອີກບາງມາດຕະການ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນ ໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ, ລາຍລະອຽດຂໍໃຫ້ບັນດາທ່ານຕີດຕາມແຈ້ງການສະບັບໃໝ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ຈະອອກໃນໄວໆນີ້.
• ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ມີຄວາມອົດທົນພະຍາຍາມ ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ໂດຍສະເພາະ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ບໍລິການຕ່າງໆ ໃຫ້ກາຍເປັນຄວາມຊີ່ນເຄີຍໃນການດຳລົງຊີວິດປະຈຳວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















