ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ປະຈໍາວັນທີ 16 ພຶດສະພາ ປີ 2020
ເວລາອອກຂ່າວ: 2020-05-18 00:30:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ​ຜູ້ປະຈໍາການ ຄະນະສະເພາະກິດ I. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 15 ພຶດສະພາ 2020 1. ວຽກງານຈຸດຜ່ານດ່ານ • ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2,324 ຄົນ - ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,507 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 46 ຄົນ, ຜ່ານດ່ານຂົວມິດຕະພາບ 1 ມີ 40 ຄົນ, ຜ່ານດ່ານຊ່ອງເມັກ, ແຂວງຈຳປາສັກ 06 ຄົນ, , ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. - ຈຸດຜ່ານດ່ານລາວ-ຈີນ ທັງໝົດ 20 ຄົນ, ໃນນັ້ນມີພະນັກງານຈີນ 2 ຄົນ ທີ່ມາເຮັດວຽກ ຢູ່ບໍລິສັດຂົນສົ່ງເຂດພິເສດ, ມີນັກສຶກສາ 02 ຄົນ, ຄົນລາວຕົກຄ້າງ 04 ຄົນ, ຄົນລາວທີ່ສະຖານທູດສົ່ງກັບ 02 ຄົນ ເຊີ່ງທັງໝົດແມ່ນຄະນະສະເພາະກິດໄດ້ອະນຸຍາດໃຫ້ເດີນທາງເຂົ້າ, ທີ່ເຫຼືອແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. - ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 797 ຄົນ, ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ - ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ • ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. • ສຳລັບແຮງງານລາວ ທີ່ຜ່ານດ່ານຊ່ອງເມັກ 06 ຄົນແມ່ນມີຖິ່ນຖານມາຈາກ ແຂວງຈຳປາສັກ, 40 ຄົນທີ່ຜ່ານດ່ານຂົວມິດຕະພາບ 1 ມີຖິ່ນຖານຢູ່ແຂວງ - ອຸດົມໄຊ 09 ຄົນ, - ໄຊຍະບູລີ 07 ຄົນ, - ນະຄອນຫຼວງ 06 ຄົນ, - ສະຫວັນນະເຂດ 06 ຄົນ, - ຫຼວງພະບາງ 04 ຄົນ, - ວຽງຈັນ 04 ຄົນ, - ສາລະວັນ 02 ຄົນ, - ຄໍາມ່ວນ 01 ຄົນ ແລະ ຈໍາປາສັກ 01 ຄົນ. • ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. 2. ການເຝົ້າລະວັງ ແລະ ວິເຄາະ • ໃນວັນທີ 15 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 109 ຄົນ, ໃນນັ້ນ ມີກໍລະນີສົງໄສມາກວດຄືນ 02 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 31 ຄົນ, ຜູ້ອອກໂຮງໝໍ 03 ຄົນຄື ນ້ຳເບີ 02, 06 ແລະ 13 ກັກໂຕຄົບ 14 ວັນ ໄດ້ມາກວດຄືນ, ແຮງງານລາວທີ່ກັບມາແຕ່ໄທ 73 ຄົນ (ແຮງງານດັ່ງກ່າວບໍ່ມີອາການ), ລາຍລະອຽດຂອງແຮງງານດັ່ງກ່າວແມ່ນ: • ນະຄອນຫລວງວຽງຈັນ 20 ຄົນ ຄື: - ໂຮງແຮມນະຄອນສັກ ​12 ຄົນ - ໂຮງແຮມແລນມາກ ​​03 ຄົນ - ໂຮງໝໍມິດຕະພາບ ​​03 ຄົນ - ໂຮງໝໍມະໂຫສົດ​​02 ຄົນ • ຕ່າງແຂວງ 89 ຄົນ ຄື: - ແຂວງຈໍາປາສັກ​​24 ຄົນ - ແຂວງຜົ້ງສາລີ ​​17 ຄົນ - ແຂວງບໍ່ແກ້ວ ​​16 ຄົນ - ແຂວງອຸດົມໄຊ ​​12 ຄົນ - ແຂວງຫຼວງພະບາງ ​07 ຄົນ - ແຂວສະຫັວນນະເຂດ​05 ຄົນ - ແຂວງຄໍາມ່ວນ​​04 ຄົນ - ແຂວງສາລະວັນ ​​03 ຄົນ - ແຂວງວຽງຈັນ ​​01 ຄົນ • ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ. • ນອກນັ້ນ ແມ່ນມີແຮງງານຈີນທີ່ເຂົ້າມາຈຳກັດບໍລິເວນຢູ່ໂຮງແຮມດອນຈັນພາເລດ, ໄດ້ເກັບຕົວຢ່າງໃນຕອນຄ່ຳຂອງວັນທີ 15/05/2020 ຈຳນວນ 111 ຕົວຢ່າງ ແລະ ຈະກວດວິເຄາະຊອກຫາເຊື້ອໃນວັນທີ 16/05/2020 • ໝາຍຄວາມວ່າໃນວັນທີ 15 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. • ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 15 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,424 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (34 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). 3. ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ • ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 66 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2,371 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ. 4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ • ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 04 ຄົນ ທັງໝົດເຫັນວ່າມີອາການປົກກະຕິ. 5. ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: • ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 16 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ) - ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 4,617,176 (95,187 ໃໝ່) - ເສຍຊິວິດ 307,988 (4,906 ໃໝ່) ກວມເອົາ 6,67 % ຂອງຜູ້ຕິດເຊື້ອທັງໝົດ; - ປີ່ນປົວຫາຍດີ 1,749,199 (49,765 ໃໝ່) ກວມເອົາ 37,88% ຂອງຜູ້ຕິດເຊື້ອທັງໝົດ; - ບັນຫາສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 24,241 ຄົນ ແລະ ເສຍຊີວິດ 1,488 ຄົນຕໍ່ມື້ ຖືວ່າຍັງມີການລະບາດເປັນວົງກ້ວາງຢູ່ໃນບາງປະເທດ; - ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6.67 % (ມື້ວານນີ້ 6.70 %). • ໃນບັນດາກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງ ສະເພາະວັນທີ 15 ພຶດສະພາ 2020 ສູງເຖິງ 793 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 33 ຄົນ. 6. ຂໍ້ແນະນຳ ບັນດາທ່ານທີ່ນັບຖື ແລະ ຮັກແພງ, • ຂໍ້ມູນສໍາຄັນໃນມື້ນີ້ ແມ່ນການລາຍງານ ຂອງລະບົບເຝົ້າລະວັງພະຍາດ ຈາກທົ່ວປະເທດມາຫາສູນປະຕິບັດງານສຸກເສີນ ຂອງກະຊວງສາທາລະນະສຸກ ຢັ້ງຢືນວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 34 ວັນແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,424 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ, ຍັງນອນຕິດຕາມຢູ່ໂຮງໝໍ 05 ຄົນ. • ບັນດາທ່ານໄດ້ຮັບຟັງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກໃນມື້ວານນີ້ໄປແລ້ວ ເຊີ່ງມີ 9 ມາດຕະການຜ່ອນຜັນ ແລະ ຍັງ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງ ເອົາໃຈໃສ່ ທຳຄວາມເຂົ້າໃຈ ເພື່ອຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ່ 580/ຫສນຍ ລົງວັນທີ່ 15 ພຶດສະພາ 2020 ນີ້ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ໂດຍສະເພາະ ທຸກໆມາດຕະການທີ່ຜ່ອນຜັນລົງນັ້ນຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດສະຖານທີ່ບໍລິການຕ່າງໆ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊີ່ນເຄີຍໃນການດຳລົງຊີວິດປະຈຳວັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ