ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນທີ 18 ພຶດສະພາ ປີ 2020
ເວລາອອກຂ່າວ: 2020-05-18 15:28:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 774 | ຄວາມນິຍົມ:



ຂ້າພະເຈົ້າ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ຂໍລາຍງານສະພາບການຕິດຕາມ, ເຝົ້າລະວັງ ພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນທີ 18 ພຶສະພາ 2020 ດັ່ງນີ້: I. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 17 ພຶດສະພາ 2020 1. ວຽກງານຈຸດຜ່ານດ່ານ • ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1,489 ຄົນ - ຈຸດຜ່ານດ່ານລາວ-ໄທ ທັງໝົດ 757 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທທັງໝົດ 04 ຄົນ ເຊິ່ງຜ່ານດ່ານວັງເຕົ່າ ແຂວງຈຳປາສັກ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. - ຈຸດຜ່ານດ່ານລາວ-ຈີນ ທັງໝົດ 05 ຄົນ, ໃນນີ້ ແຮງງານລາວກັບມາແຕ່ຈີນ 02 ຄົນ ເຂົ້າມາຜ່ານດ່ານບໍ່ເຕັນ ແລະ ຄົນຈີນ 03 ຄົນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. - ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 727 ຄົນ, ໃນນັ້ນ ຄົນລາວ 01 ຄົນ ແມ່ນນັກສຶກສາກັບຈາກ ສສ ຫວຽດນາມ ເຂົ້າມາຜ່ານດ່ານລະໄລ, ແຂວງສາລະວັນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ. - ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ. • ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. • ສຳລັບແຮງງານລາວ ຈຳນວນ 04 ຄົນ: ທີ່ຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ທັງໝົດແມ່ນມີຖິ່ນຖານມາຈາກ ແຂວງຈຳປາສັກ. • ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. 2. ການເຝົ້າລະວັງ ແລະ ວິເຄາະ • ໃນວັນທີ 17 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 114 ຄົນ, ໃນນັ້ນ ມີກໍລະນີສົງໄສ 14 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 22 ຄົນ, ແຮງງານຈີນທີ່ ເຂົ້າມາລາວ 78 ຄົນ. • ກໍລະນີສົງໄສ 14 ຄົນ ແມ່ນມາຈາກ ສະຫວັນນະເຂດ 04 ຄົນ, ນະຄອນຫຼວງວຽງຈັນ 03 ຄົນ, ຫຼວງພະບາງ 02 ຄົນ, ຈຳປາສັກ 01 ຄົນ, ແຂວງວຽງຈັນ 01 ຄົນ, ບໍລິຄຳໄຊ 01 ຄົນ, ໄຊຍະບູລີ 01 ຄົນ ແລະ ຄຳມ່ວນ 01 ຄົນ. • ແຮງງານລາວທີ່ກັບມາຈາກປະເທດໄທ 22 ຄົນ ລາຍລະອຽດດັ່ງລຸ່ມນີ້: - ບໍ່ແກ້ວ 10 ຄົນ - ຈໍາປາສັກ 08 ຄົນ - ສະຫວັນນະເຂດ 02 ຄົນ - ອຸດົມໄຊ 01 ຄົນ - ວຽງຈັນ 01 ຄົນ • ສຳລັບແຮງງານຈີນ 78 ຄົນທີ່ເຂົ້າມາ ແມ່ນໄດ້ຈຳກັດບໍລິເວນ ຢູ່ໂຮງແຮມຊັງຈິກົວຈີ. • ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ. • ໝາຍຄວາມວ່າໃນວັນທີ 17 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. • ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 17 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,565 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (36 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). 3. ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ • ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 91 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2,560 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ. 4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ • ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 05 ຄົນ ຍີງ 04 ຄົນ ທັງໝົດເຫັນວ່າມີອາການປົກກະຕິ. 5. ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: • ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 18 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ). - ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 4,798,132 (81,123 ໃໝ່). - ເສຍຊິວິດ 316,507 (3,605 ໃໝ່) ກວມເອົາ 6.59 % ຂອງຜູ້ຕິດເຊື້ອທັງໝົດ. - ປີ່ນປົວຫາຍດີ 1,855,073 (45,354 ໃໝ່) ກວມເອົາ 38.6 % ຂອງຜູ້ຕິດເຊື້ອ ທັງໝົດ. - ປະເດັນສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 19,040 ຄົນ ແລະ ເສຍຊີວິດ 860 ຄົນຕໍ່ມື້ ຖືວ່າຍັງມີການລະບາດເປັນວົງກ້ວາງຢູ່ໃນບາງປະ ເທດ. - ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6.59 % (ມື້ວານນີ້ 6.62 %). • ໃນບັນດາກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງ ສະເພາະວັນທີ 17 ພຶດສະພາ 2020 ສູງເຖິງ 682 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 66 ຄົນ. 6. ຂໍ້ແນະນຳ ບັນດາທ່ານທີ່ນັບຖື ແລະ ຮັກແພງ, • ຂໍ້ມູນສໍາຄັນໃນມື້ນີ້ ແມ່ນການລາຍງານ ຂອງລະບົບເຝົ້າລະວັງພະຍາດ ຈາກທົ່ວປະເທດມາຫາສູນປະຕິບັດງານສຸກເສີນ ຂອງກະຊວງສາທາລະນະສຸກ ຢັ້ງຢືນວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 36 ວັນແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,565 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ, ຍັງນອນຕິດຕາມຢູ່ໂຮງໝໍ 05 ຄົນ. • ໃນວັນສຸກ, ວັນທີ 15 ພຶດສະພາ 2020 ຜ່ານມານີ້, ບັນດາທ່ານໄດ້ຮັບຟັງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີີ 580/ຫສນຍ ເຊີ່ງແມ່ນແຈ້ງການໃຫ້ຜ່ອນຜັນບາງມາດຕະການລົງຕື່ມ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ ແລະ ໃຫ້ສັງຄົມສາມາດກັບມາໃຊ້ຊີວິດໃຫ້ເປັນປົກກະຕິໃນແຕ່ລະກ້າວ ປະກອບດ້ວຍ 9 ມາດຕະການຜ່ອນຜັນ ແລະ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ. ມື້ນີ້ ວັນທີ 18 ພຶດສະພາ 2020 ເປັນມື້ເລິ່ມຕົ້ນປະຕິບັດຈົນເຖິງວັນທີ 01 ມິຖຸນາ 2020 ຈຶ່ງຈະມີການປະເມີນສະຖານະການຄືນໃໝ່, ປະເດັນສຳຄັນຢູ່ໃນແຈ້ງການນັ້ນແມ່ນ ການອະນຸຍາດໃຫ້ພະນັກງານລັດຖະກອນໄດ້ເຮັດວຽກເປັນປົກກະຕິ; ສາມາດເດີນທາງພາຍໃນປະເທດໄດ້; ການເປີດການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງອາກາດ ພາຍໃນປະເທດ; ການອະນຸຍາດໃຫ້ມີການຝຶກອົບຮົມ, ສໍາມະນາ, ປະຊຸມທາງການ; ການເປີດໂຮງຮຽນຊັ້ນ ປ5, ມ4, ມ7; ອະນຸຍາດໃຫ້ອອກກໍາລັງກາຍກາງແຈ້ງ ແລະ ໃນຮົ່ມ;ອະນຸຍາດໃຫ້ເປີດດຳເນີນທຸລະກິດການຄ້າ ແລະ ບໍລິການຕ່າງໆ; ດຳເນີນກິດຈະການຂອງບໍລິສັດ ແລະ ໂຮງງານຈຳນວນໜຶ່ງ; ອະນຸຍາດໃຫ້ຊາວຕ່າງປະເທດກັບມາເຮັດວຽກຢູ່ໃນບາງໂຄງການ; ແຕ່ທັງໝົດເຫຼົ່ານີ້ກໍ່ຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງຂະແໜງການກ່ຽວຂ້ອງ ແລະ ມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ. • ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີພ້ອມທັງ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 01 ມິຖຸນາ 2020. ບັນຫາສຳຄັນ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ທຸກໆມາດຕະການທີ່ຜ່ອນຜັນລົງນັ້ນ ຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການຕ່າງໆ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ. ພວກເຮົາຈຶ່ງຈະສາມາດສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ