ຫົວໜ້າການທະຫານກອງບັນຊາການ ທະຫານແຂວງບໍ່ແກ້ວ ໂອ້ລົມພະນັກງານຫຼັກແຫຼ່ງຫ້ອງການເມືອງ
ເວລາອອກຂ່າວ: 2020-05-19 08:56:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 712 | ຄວາມນິຍົມ: ![]()
ວັນທີ 12 ພຶດສະພາ 2020 ນີ້, ສະຫາຍ ພັນເອກ ວິດອນ ພຸດ ທະວົງ ກຳມະການພັກແຂວງ ເລ ຂາຄະນະພັກ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ໂອ້ລົມຄະນະພັກ ຮາກຖານ, ບັນດາໜ່ວຍພັກ, ພະ ແນກການກ່ຽວຂ້ອງຕະຫຼອດ ຮອດພະນັກງານຫຼັກແຫຼ່ງຫ້ອງ ການເມືອງ.
ສະຫາຍ ພັນໂທ ຄຳສອນ ໄຊ ຍະວົງ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ຂອງ ຫ້ອງການເມືອງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ກໍຄືໜ້າທີ່ການເມືອງ ຂອງກົມກອງເປັນຕົ້ນແມ່ນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະ ພັກກອງບັນຊາການທະຫານ ແຂວງບໍ່ແກ້ວ ເຫັນໄດ້ຫຼາຍວຽກ ງານທີ່ພົ້ນເດັ່ນຄື: ວຽກງານພະ ນັກງານຮັບການເລື່ອນຊັ້ນທັງ ໝົດ 116 ສະຫາຍ, ທຽບຊັ້ນ 5 ສະຫາຍ, ຍົກຂັ້ນເງິນເດືອນ 7 ສະຫາຍ, ປະກາດຕຳແໜ່ງງານ ນາຍທະຫານຕາມຂໍ້ຕົກລົງ 26 ຄັ້ງ, ວຽກງານພັກມີສະມາຊິກ ພັກແຂງ 492 ສະຫາຍ, ຍິງ 80 ສະຫາຍ, ໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ 17 ໜ່ວຍ ແລະ ບັນດາວຽກງານອື່ນໆ. ພ້ອມທັງ ໄດ້ຜ່ານທິດທາງແຜນການໃນຊຸມ ປີຕໍ່ໜ້າຂອງຫ້ອງການເມືອງຄື ສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນ ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ, ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ທີ່ປິ່ນ ອ້ອມໄປຄວບຄູ່ກັບການຈັດ ຕັ້ງຫັນເອົາກຳລັງລົງກໍ່ສ້າງຮາກ ຖານການເມືອງພັດທະນາຊົນ ນະບົດຮອບດ້ານໃຫ້ສາມາດຕອບ
ສະໜອງໄດ້ໜ້າທີ່ການເມືອງ
ໃນໄລຍະໃໝ່, ສົມຄູ່ກັບ ວຽກ ງານກໍ່ສ້າງພັກວຽກງານ ການເມືອງແນວຄິດສອດຫ້ອຍ ເຂົ້າທຸກຂົງເຂດວຽກງານລວມ ຂອງກົມກອງເຮັດໃຫ້ພະນັກ ງານ-ນັກຮົບມີຄວາມສະດຸ້ງໄວ ໃນໜ້າທີ່ການເມືອງທີ່ໄດ້ຮັບການ ມອບໝາຍເປັນຢ່າງດີ.
ໂອກາດນີ້, ສະຫາຍ ພັນເອກ ວິດອນ ພຸດທະວົງ ໄດ້ໂອ້ລົມເນັ້ນ ໜັກໃຫ້ບັນດາພະແນກການ ຕ່າງໆຈົ່ງສືບຕໍ່ເພີ່ມຄວາມຮັບ ຜິດຊອບໃນໜ້າທີ່ວຽກງານຂອງ ຕົນ ພ້ອມກັນແກ້ໄຂປັບປຸງສິ່ງ ທີ່ຍັງຄົງຄ້າງໃຫ້ດີຂຶ້ນ ພິເສດ ແມ່ນຊ່ວຍກັນຕ້ານສະກັດກັ້ນພະ ຍາດໂຄວິດ-19 ທີ່ກຳລັງລະບາດ ໃນປັດຈຸບັນໃຫ້ຮັດກຸມ ພ້ອມທັງ ສືບຕໍ່ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນໃນການເປັນເສນາ ທິການທາງດ້ານວຽກງານການ ເມືອງນຳພາແນວຄິດຕິດພັນກັບ ການກໍ່ສ້າງຮາກຖານການເມືອງ ພ້ອມກັນນຳພາກົມກອງຂອງຕົນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ວໍລະສິດ ພິດສະຫາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















